ວົງການໜັງລາວຄຶກຄັກ! The Hollywood Reporter ຈັດຮູບເງົາລາວ The Signal ເປັນ 1 ໃນ 5 ເລື່ອງບໍ່ຄວນພາດ ພ້ອມເຂົ້າຊີງຫຼາຍລາງວັນ

ວົງການໜັງລາວຄຶກຄັກ! The Hollywood Reporter ຈັດຮູບເງົາລາວ The Signal ເປັນ 1 ໃນ 5 ເລື່ອງບໍ່ຄວນພາດ ພ້ອມເຂົ້າຊີງຫຼາຍລາງວັນ

June 13, 2023 Off By FC

The Hollywood Reporter ຈັດໃຫ້ຮູບເງົາຂອງລາວເລື່ອງ: The Signal ເປັນ 1 ໃນ 5 ເລື່ອງທີ່ບໍ່ຄວນພາດໃນ Shanghai International Film Festival ຈາກໜັງທັງໝົດຫຼາຍຮ້ອຍເລື່ອງຈາກທົ່ວໂລກ.
ຂໍສະແດງຄວາມດີໃຈກັບຮູບເງົາ The Signal ຂອງຜູ້ກຳກັບ “ລີ ພົງສະຫວັນ” ທີ່ໄດ້ຮັບການຖືກຄັດເລືອກໄປສາຍຮອບປະຖົມມະທັດໂລກ (World Premiere) ຢູ່ເທສະການຮູບເງົານານາຊາດຊຽງໄຮ້ (Shanghai International Film Festival).

ເຊິ່ງໜັງເລື່ອງນີ້ເປັນ ໜັງ ເລື່ອງດຽວຕາງໜ້າ South East Asia ທີ່ຖືກເລືອກເຂົ້າໄປສາຍຮອບ World Premiere (ຮອບປະຖົມມະເລີກ) ທີ່ ເທດສະການນານາຊາດ ຊຽງໄຮ, ແຖມເລື່ອງນີ້ຍັງ ໄດ້ຖືກເຂົ້າຊິງ Best Film, Best Director ຄື ຜູ້ກໍາກັບ ລີ ແລະ ນ້ອງ Hannah 4eve ເຂົ້າຊິງ Best Actress.

ແລະ ຫຼ້າສຸດ ທາງ ເພຈ ຜູ້ກຳກັບ ຮັບຈ້າງ / Director Lee ກໍໄດ້ໂພສຄວາມໃນໃຈຕໍ່ເລື່ອງນີ້ວ່າ:
ຂ້ອຍດີໃຈຫຼາຍເທື່ອນີ້ບໍ່ໄດ້ມີແຕ່ຂ້ອຍມາຜູ້ດຽວ, The Signal ຈະສາຍ world premiere ມື້ນີ້ຕອນຄຳ. ຕັ້ງແຕ່ມື້ວານຜູ້ຈັດງານບອກວ່າມີຄົນຈອງປີ້ແລ້ວເກືອບ 200, ຮອດມື້ນີ້ຄົງເກືອບເຕັມໂຮງຕາມການຄາດການຂອງເພິ່ນ.
ຂ້ອຍຍັງເປັນງົງໆຢູ່ໜ້ອຍໜຶ່ງ ຄືຍັງຢູ່ໃນຟັນ ຂ້ອຍຢູ່ໄກຈາກບ້ານຫຼາຍ ມາກັບໜັງທີເຮົາສ້າງ ຢືນຢູ່ເທດສະການທີຍິງໃຫຍ່ ຢູ່ເວທີດຽວກັບຄົນສ້າງໜັງນາໆຊາດ ເປັນຄວາມຮູ້ສຶກທີ່ບໍ່ຮູ້ຈະອະທິບາຍຄືກັນ.

ຂ້ອຍຢາກຂອບໃຈທີມງານເບື້ອງໜ້າ ເບື້ອງຫຼັງ ແລະຄົນມີສ່ວນຮ່ວມທຸກຄົນອີກຄັ້ງ, ທີ່ຊ່ວຍກັນສ້າງໜັງເລື່ອງນີ້ຈົນແລ້ວ. ຕອນນີ້ຂ້ອຍຄົງເອີ່ຍຊື່ທຸກຄົນບໍ່ຄົບ ແຕ່ໃຫ້ຮູ້ໄວ້ວ່າຂ້ອຍຮູ້ບຸນຄຸນທຸກຄົນເດີ້.
Cr.The Hollywood Reporter, ຜູ້ກຳກັບ ຮັບຈ້າງ / Director Lee