ກ່ອນຈະຖຽງແມ່ ລອງອ່ານ 10 ຂໍ້ນີ້ ເບິ່ງກ່ອນເດີ້ ບັນດາລູກໆທັງຫຼາຍ

ກ່ອນຈະຖຽງແມ່ ລອງອ່ານ 10 ຂໍ້ນີ້ ເບິ່ງກ່ອນເດີ້ ບັນດາລູກໆທັງຫຼາຍ

June 13, 2023 Off By FC

ຊ່ວງທີ່ຢູ່ເຮືອນບໍ່ໄດ້ໄປໃສຫຼາຍຄົນຄົງຢູ່ພ້ອມໜ້າ ພ້ອມຕາ ພໍ່ ແມ່ ເລີຍນຊາເອົາເລື່ອງແມ່ມາໃຫ້ຊຶ້ງກັນ ອ່ານຕອນຢູ່ບ້ານ ເພື່ອຈະໄດ້ໄຫ້ນຊາກັນ …
ຄຳວ່າແມ່ຍິ່ງໃຫຍ່ກວ່າສິ່ງອື່ນໃດ ເພາະຖ້າບໍ່ມີເພິ່ນ ກໍຄົງບໍ່ມີເຮົາ ລວມທັງພໍ່ນຳ ແຕ່ຄັ້ງນີ້ ຈະເວົ້າເຖິງແມ່ ເຊິ່ງປັນເພດຍິງທີ່ອຸ້ມທ້ອງເຮົາມາ, ແລະ ຮັກລູກຫຼາຍກວ່າຊີວິດຕົນເອງ ແ ແມ່ກໍເປັນມະນຸດຜູ້ຍິງຄົນໜຶ່ງທີ່ມັກລຳໄລ, ຄິດນຊາ, ບອກສອນທຸກຢ່າງ ບໍ່ວ່າເຮົາຈະເປັນເດັກ ຫຼື ໃຫຍ່ແລ້ວກໍຕາມ ເຊິ່ງບາງຄົນອາດມັກຖຽງ, ຄຽດ ບໍໍ່ເຂົ້າໃຈແມ່ ແຕ່ຢາກໃຫ້ຄິດເບິ່ງດີໆກ່ອນເດີ້

ເພາະວ່າເຫັນຫຼາຍຄົນລະກວ່າຈະຄິດໄດ້ ກໍຕອນທີ່ຕົນເອງ ອຸ້ມທຶ້ງ ຫຼື ມີລູກນ້ອຍໆ ຫຼືຮ້າຍໄປກວ່ານັ້ນກໍຕອນທີ່ບໍ່ມີເພິ່ນແລ້ວ ຮູ້ໄວ້ເລີຍວ່າ ແມ່:
1 ຮາກຫຼັງກິນເຂົ້າທຸກມື້ເປັນເວລາ 3 ເດືອນ ( ແພ້ທ້ອງ )
2 ຫົວນົມຖືກກັດແຕ່ຕ້ອງຍອມອົດທົນບໍ່ກ້າຕີ – ( ຊ່ວງທີ່ແຂ້ວຂອງລຸກຂື້ນໃຫມ່ໆ )
3 ເອົາຫມາກບານໃສ່ທ້ອງ ແລະ ໃຫຍ່ຂື້ນເລື້ອຍໆທຸກເດືອນເປັນເວລາເກົ້າເດືອນ ( ຖືພາ )

4 ເຈັບປວດຄືກັບຖືກໄມ້ແສ້ຕີເປັນເວລາຊາວສີ່ຊົ່ວໂມງ ( ຊ່ວງເກີດລູກ )
5 ອົດກິນນ້ໍາກ້ອນ,ຊາ,ກາເຟ ແລະ ຂອງມັກຢ້ານສົ່ງຜົນຮ້າຍຕໍ່ລູກໃນທ້ອງເປັນເວລາເກົ້າເດືອນ
6 ເວລານອນພິກໂຕບໍ່ໄດ້ເປັນເວລາຫ້າເດືອນ
7 ອົດທ່ຽວ,ອົດກະໂດດໂລດເຕັ້ນເປັນເວລາສິບເດືອນ

8 ຫ້າມປ່ວຍເປັນເດັດຂາດເປັນເວລາສິບເດືອນ ເຖິງປ່ວຍກໍ່ກິນຢາ – ປະຕິຊີວະນະບໍ່ໄດ້
9 ເຊັດຂີ້ເຊັດຍ່ຽວເຊັດຮາກປ່ຽນຜ້າອ້ອມລ້າງກົ້ນເປັນປີໆ
10 ຕອນກາງຄືນຕ້ອງຕື່ນທຸກໆສອງຊົ່ວໂມງ ແຕ່ລະຊ່ວງໃຊ້ເວລາປະມານສາມສິບນາທີປະມານສາມເດືອນ
ກ່ອນທີ່ຈະຖຽງແມ່ຄິດກ່ອນວ່າລູກໆມີຄຸນສົມບັດໃນ 10 ຂໍ້ນີ້ ຫຼື ບໍ່, ບໍ່ແມ່ນແຕ່ລູກ ຜູ້ເປັນພໍ່ ເປັນສາມີກໍຄວນເຂົ້າໃຈ ແລະ ຮູ້ໄວ້ຄືກັນເດີ້ ຮັກຄອບຄົວ, ຮັກແມ່ພໍ່ໃຫ້ຫຼາຍໆ ເພາະບໍ່ມີໃຜຮັກເຮົາທໍ່ຄອບຄົວອີກແລ້ວ.