ແຈກສູດ ວິທີເຮັດເຂົ້າຈີ່ປີ້ງທາປາແດກກິນ ແຊບໆ ຕາມນີ້

ແຈກສູດ ວິທີເຮັດເຂົ້າຈີ່ປີ້ງທາປາແດກກິນ ແຊບໆ ຕາມນີ້

June 13, 2023 Off By FC

ແຈກສູດເຂົ້າປີ້ງທາໄຂ່ ໃສ່ປາແດກຫອມໆ ລົດຊາດເຜັດອ່ອນໆ ຫອມປາແດກສຸດໆ ໃຜໄດ້ກິນກະຕ້ອງຕິດໃຈ ມາຈົດສູດໄວ້ ແລ້ວເຮັດມື້ເຄົ້າດາວນຳກັນເລີຍ

.

ສ່ວນປະສົມມີດັ່ງນີ້ ເຂົ້າໜຽວ 1ກິໂລ, ຂຽບໝູ 1 ຖ້ວຍ, ປາແດກ 1 ຖ້ວຍ, ໝາກເຜັດ 15ໜ່ວຍ, ກະທຽມ 13ງີມ, ຜັກບົ່ວ 1 ຫົວ, ຫອມປ້ອມ 3 ບ່ວງ, ຮາກຫອມປ້ອມ 1 ບ່ວງ, ຫົວສີໄຄ 2ບ່ວງ, ຄະນໍຜົງລົດໝູ 3ບ່ວງ, ນ້ຳຕານ 2 ບ່ວງ ແລະ ໄຂ່ 5 ໜ່ວຍ

ວິທີເຮັດ: ທຳອິດກໍໄປປັ້ນເຂົ້່າໜຽວສຽບໄມ້ໄວ້ຖ້າເລີຍຈ້າ ມັກກ້ອນນ້ອຍໃຫຍ່ສຳໃດ່ ກໍຈັດເລີຍ ແຕ່ແອັດມັກໃຫຍ່ໆເດີ້

ເອົາ ໝາກເຜັດ, ກະທຽມ, ຜັກບົ່ວ, ຮາກຫອມປ້ອມ, ຫົວສີໄຄ ໄປຕຳລວມກັນ

ໃສ່ຄະນໍຜົງລົດໝູ ລົງໄປ2ບ່ວງ ແລ້ວຕຳໃຫ້ທຸກຢ່າງລະອຽດເຂົ້າກັນດີ

ໃສ່ຂຽບໝູລົງໄປຕຳຕໍ່ ແຕ່ບໍ່ຕ້ອງລະອຽດຫຼາຍ

ຂຽບໝູແຮງໃສ່ຫຼາຍແຮງແຊບເດີ້ ໃສ່ໃບຫອມປ້ອມລົງໄປແລ້ວຄົນໆໃຫ້ເຂົ້າກັນ

ຕາມດ້ວຍປາແດກຈຸກໆ ໂລດດ ຄົນໃຫ້ທຸກຢ່າງເຂົ້າກັນດີ

ແລ້ວເອົາລົງໄປປະສົມກັບໄຂ່ເດີ້

ຄົນໃຫ້ເຂົ້າກັນໜ້າຕາກໍຈະອອກມາເປັນແບບນີ້ເລີຍ

ເອົາເຂົ້າໜຽວໄປປີ້ງກ່ອນໜ້ອຍໜຶ່ງໃຫ້ມັນຮ້ອນໆແນ່ ແລ້ວຈັ່ງເອົາມາຈຸ່ມໄຂ່ໃສ່ປາແດກເລີຍເດີ້

ຫຼັງຈາກນັ້ນກໍເອົາຂຶ້ນໄປປີ້ງເລີຍຈ້າ

.

ຈາກ: ZaepZoy – ແຊບຊ້ອຍ