
ຮ່ວມເຊຍ ລຸ້ນ ແລະ ສົ່ງກໍາລັງໃຈໃຫ້ ປໍ້ – ກັນຣະຍານີ ຕົວແທນປະເທດລາວ ປະກວດ Miss International Queen 2023
June 12, 2023ຮ່ວມເຊຍ ລຸ້ນ ແລະ ສົ່ງກໍາລັງໃຈໃຫ້ ປໍ້ – ກັນຣະຍານີ ສີສຸພັນ Miss Queen Laos ປະຈໍາປີ 2023 ໄດ້ອອກເດີນທາງໄປເຂົ້າຮ່ວມການປະກວດເວທີສາກົນ Miss International Queen 2023 ທີ່ປະເທດໄທ ໃນວັນທີ 11 ມິຖຸນາ ທີ່ຜ່ານມານີ້ ແລະ ຕອນນີ້ກໍໄດ້ເຂົ້າໄປກຽມໂຕປະກວດເປັນທີ່ຮຽບຮ້ອຍ!
ທາງກອງໃຫຍ່ຈະຈັດກິດຈະກໍາ ແລະ ການປະກວດ ຕັ້ງແຕ່ວັນທີ 17 ມິຖຸນາ ຈົນຮອດວັນທີ 24 ມິຖຸນາ, ການປະກວດຮອບ Preliminary ວັນທີ 22 ມິຖຸນາ ແລະ ຮອບຕັດສິນ ແມ່ນວັນທີ 24 ມິຖຸນາ!
ຮອບ Final ກໍໃກ້ເຂົ້າມາເລື້ອຍໆແລ້ວ, ພວກເຮົາມາຮ່ວມສົ່ງກໍາລັງໃຈໃຫ້ປໍ້ຄວ້າມົງມາຝາກເຮົາກັນເທາະ!
.
ສາມາດຕິດຕາມການເຄື່ອນໄຫວໄດ້ທີ່: FB: Kanrayany Sisouphanh Page: Miss Queen Laos
Page: Miss International Queen Pageant