
ຮູ້ຈັກ ອາຊີ ເຮີ Rc Onepies ໜຸ່ມຫຼໍ່ ຕົວແທນນຳສະເຫນີແຂວງຜົງສາລີ ໃນເວທີ Mister Universe Laos 2023
June 9, 2023ທັດສະນະຄະຕິທີ່ບອກ “ຖ້າຢາກເປັນຄົນສຳຄັນຕ້ອງເຮັດຕົວໄຫ້ສຳຄັນກ່ອນ” ຈາກໜຶ່ງໂຕເຕັງທີ່ຫຼາຍຄົນເຊຍ ອາຊີ ເຮີ Rc Onepies ໜຸ່ມຫຼໍ່ຈາກແຂວງບໍລີຄຳໄຊ ເປັນ ຕົວແທນນຳສະເຫນີແຂວງຜົງສາລີ ໃນເວທີ ຊາຍງາມຈັກກະວານ Mister Universe Laos 2023 ສູງ 177 ຊັງຕີແມດ, ນໍ້າໜັກ 71 ກິໂລ ເກີດປີ 2001
ໂດຍ ອາຊີ ໄດ້ບອກວ່າ ນ້ອງເອງຮຽນຈົບມັດຖະຍົມປາຍທີ່ ມສ ວຽງຄຳ ມ ປາກກະດິງ ຂ ບໍລີຄຳໄຊ ແລະເຄີຍ ສືກສາຢູ່ trường Đại học Vinh ຫວຽດນາມ ສາຂາການຢາ ປະຈຸບັນ ເປັນນັກຮ້ອງ HipHop R&B ແລະ ເປັນທັງພໍ່ຄ້າອອນໄລ, ນ້ອງມີຜົນງານເພງຫລາຍເພງ ເຊັ່ນ (ຖ້າເຈົ້າຢາກລອງRc) ໄປຟັງໄດ້ທາງ Rc Hmong Channel
ອາຊີ ເປັນຄົນທີ່ມັກຮັກໃນສຽງເພງ ແລະ ຫລົງໄຫລໃນສຽງດົນຕິພອນສະຫວັນຂອງນ້ອງແມ່ນທາງດ້ານການຮ້ອງແຕ່ງເພງ ຜ່ານມາບໍເຄີຍເລີຍປະກວດເວທີໃດມາກ່ອນ ນີ້ເປັນຄັ້ງແລກ ແລະ ຄັ້ງທຳອິດເລີຍສຳຫລັບເວທີນີ້
ນ້ອງເປັນຄົນທີ່ມັກເຮັດກິດຈະກຳຊ່ວຍເຫລື່ອສັງຄົມລະດົມຄົນເກັບຂີ້ເຫຍື້ອຢູ່ສາທາຖ້າໄດ້ເປັນMister universe ນ້ອງຈະເປັນແບຢ່າງທີ່ດີໄຫ້ກັບໄວລຸ້ນ ລຸ່ນໄຫມ່ແລະທຸກຄົນ ທາງດ້ານ ຄວາມຄິດໄມເຊັດ ທາງດ້ານວາຈາແລະທາງດ້ານບຸກຄະລິກ
ນ້ອງເວົ້າໄດ້ 3 ພາສາ ພາສາລາວ, ພາສາມົ້ງ ແລະ ພາສາ ໄທ,
ຄວາມໝັ້ນໃຈໃນການເປັນຊາຍງາມຈັກກະວານແມ່ນ ນ້ອງຄິດວ່າຄວາມຫມັ່ນໃຈເກີນ100ເພາະຖ້າບໍຫມັ້ນໃຈຖ້າເຈີບັນຫາກະຈະທໍ້ແລະຫມົດກຳລັງໃຈທີ່ຈະສູ້ ຂໍ້ນີ້ຖືວ່ານ້ອງມີເກີນ100
ສະໄຕຄາແລັກເຕີທີ່ໂດດເດັ່ນບໍຄືໃຜແລະບໍມີໃຜທີ່ຈະສາມາດຄືໄດ້, ນ້ອງເປັນນັກຮ້ອງHipHop R&B ຄວາມສາມາດໃນດ້ານນີ້18ຄົນນ້ອງຄິດວ່ານ້ອງເດັ່ນສຸດ ນ້ອງມີພໍ່-ແມ່ ແລະ ຫມູ່ເພືອນ Fcທຸກຄົນທີ່ຢູ່ຂຽງຂ້າງນ້ອງສະເຫມີ ພື້ນຖານການເປັນ ຊູບເປີສະຕານ້ອງຖືວ່າຄ່ອນຂ້າງທີ່ຈະຄົບ
ແລະຈຸດແຂ່ງອີກຂໍ້1ຂອງນ້ອງຄືເປັນຄົນຊົນເຜົ້າມົ້ງ ຖ້ານ້ອງໄດ້ຕະແຫນ່ງMister universe ນ້ອງຈະສ້າງຄວາມສາມັກຄີຄັດເຄື່ອນສັງຄົມແລະເປັນແບບຢ່າງໄຫ້ທຸກຄົນ ຮັກແພງສາມັກຄີກັນ ບ ແບ່ງແຍກຊົນຊັ້ນວັນນະ (ທຸກຄົນມີຄວາມຄິດຄິດຕ່າງກັນໄດ້ແຕ່ຢ່າແຕກແຍກ)
ສໍາລັບ Rc ເປັນລູກຊາຍກົກມີນ້ອງນ້ອງອີກ 5 ຄົນ ຍີ່ງ 3 ຊາຍ 2
ກ່ອນອື່ນຕ້ອງຂໍຂອບໃຈ ພໍ່ແລະແມ່ ຜູ້ໃຫຍ່ Fc ແລະ ທຸກທຸກຄົນທີ່ໄຫ້ກຳລັງໃຈແລະເຊຍຢູ່ຂຽງຂ້າງRcມາສະເຫມີ Thank you very much everyone.