
ໜຸ່ມຫຼໍ່ແດນໃຕ້ ໃນເວທີ Face Of Laos ເຈ ວິລະພັນ ບັດທະວີ
June 8, 2023ຫຼາຍຄົນອາດເຄີຍເຫັນ ໜຸ່ມຄົນນີ້ ເຈ ວິລະພັນ ບັດທະວີ ໜຸ່ມຫຼໍ່ຈາກແດນໃຕ້ ແຂວງຈຳປາສັກ ຜູ້ເຂົ້າປະກວດ ໃນເວທີ Face Of Laos 2023 FOL18
ປັດຈຸບັນກຳລັງສຶກສາຢູ່ ມຊ ຄະນະອັກສອນສາດ ສາຂາສື່ສານມວນຊົນ ປີ4, ເຄີຍເດີນແບບຢູ່ງານ Wow Fashion show 2022
ຄວາມສາມາດພິເສດກໍໜ້າຈະເປັນ ຮ້ອງເພງ ແລະ ການສະແດງ
ຜ່ານມາຍັງບໍ່ເຄີຍປະກວດເວທີໃດມາກ່ອນ ມີຄວາມຄາດຫວັງກັບເວທີນີ້ແມ່ນຫຼາຍ ເພາະມັນເປັນສາຍທີ່ເຮົາມັກ ແລະ ເຮົາກໍພະຍາຍາມປັບປຸງ, ທຸ້ມເທ ໃສ່ເວທີນີ້ໂດຍສະເພາະ ແລະ ກໍເພາະວ່າຢາກເຮັດວຽກກັບສາຍນີ້ຢູ່ແລ້ວ
ຄະຕິປະຈໍາໃຈ: “ບໍ່ຕ້ອງສົນວ່າຄົນອື່ນຈະເບິ່ງເຮົາແບບໃດ ເພາະ 10 ຄົນ ກໍເບິ່ງເຮົາ 10 ແບບ ຂໍພຽງແຕ່ເຮົາເປັນໂຕຂອງໂຕເອງໃນສະບັບທີ່ດີທີ່ສຸດ ແລະ ບໍ່ເຮັດໃຫ້ຄົນອື່ນເດືອດຮ້ອນກໍພໍ”
ມັກຄົນທີ່ໃສ່ໃຈ, ເປັນຄົນທີ່ຮູ້ຈັກໃຫ້ກຽດກັນ
-ມີອ້າຍ 1 ຄົນ ແລະ ເອື້ອຍ 1 ຄົນ
ເຈບອກວ່າ: ຖ້າຊະນະ Face Of Laos ນ້ອງກໍຢາກເປັນກະບອກສຽງ1 ທີ່ສ້າງແຮງບັນດານໃຈ ໃຫ້ກັບຄົນທີ່ຢາກເດີນສາຍວົງການບັນເທີງ ແຕ່ບໍ່ກ້າ, ບໍ່ມີຄວາມໝັ້ນໃຈໃນໂຕເອງວ່າ ຈົ່ງເຊື່ອໃນຄວາມສາມາດ ແລະ ສັກກະຍະພາບຂອງຕົນເອງ ເຖິງວ່າເຮົາຈະໜ້າຕາບໍ່ດີຄືກັບຄົນອື່ນ ແຕ່ເຮົາຈົ່ງໃຫ້ໝັ້ນໃຈໃນໂຕເອງ ວ່າເຮົາສາມາດປະສົບຜົນສຳເລັດໃນສາຍທີ່ເຮົາຕ້ອງການໄດ້ຄືກັນ ຖ້າເຮົາມີຄວາມຕັ້ງໃຈ ແລະ ພ້ອມທີ່ຈະລົງມືເຮັດມັນ.
ຝາກເຖິງຄົນທີ່ເຊຍ ກໍຢ່າລືມໃຫ້ກຳລັງນ້ອງໄດ້ເດີ ນ້ອງສັນຍາວ່າຈະເຮັດໃຫ້ສຸດຄວາມສາມາດ ແລະ ຈະບໍ່ເຮັດໃຫ້ທຸກຄົນຜິດຫວັງແນ່ນອນ ຮ່ວມໂຫວດໃຫ້ FOL18 ເຈ ວິລະພັນ ບັດທະວີ
ຈາກ: V’Vilapanh Batthavee