ຂ່າວດີ!!! ສາມາດແລກປ່ຽນເງິນຕາ ຜ່ານທະນາຄານ BCEL ໄດ້ແລ້ວ!

ຂ່າວດີ!!! ສາມາດແລກປ່ຽນເງິນຕາ ຜ່ານທະນາຄານ BCEL ໄດ້ແລ້ວ!

June 8, 2023 Off By FC

ເພຈທາງການ BCEL Bank ໂພສ ສາມາດແລກປ່ຽນເງິນຕາ ຜ່ານທະນາຄານ BCEL ໄດ້ແລ້ວ!

ໂດຍແລກໄດ້ທີ່ເຄົາເຕີ້ BCEL ສຳນັກງານໃຫຍ່, ສາຂາ, ໜ່ວຍບໍລິການ ແລະ ຫ້ອງແລກປ່ຽນ.
ເປີດວັນຈັນ-ສຸກ ເວລາ ເລີ່ມ 8:30-15:30 ໂມງ

(ວັນເສົາ-ອາທິດ ໃຫ້ບໍລິການສະເພາະບາງຈຸດບໍລິການ)
ເຊິ່ງບອກເລີຍວ່າຫຼາຍຄົນໃຫ້ຄວາມສົນໃຈ ແລະ ເຂົ້າມາຄອມເມັ້ນ ແລກແນວໃດ ຈັ່ງໃດ ມື້ລະທໍ່ໃດ
ທັງນີ້ກໍຍັງບໍ່ມີການເຄື່ອນໄຫວວ່າແນວໃດຈັ່ງໃດ

ແຕ່ຖິ້ມທ້າຍໄວ້ວ່າ ໃນໄວໆນີ້ກຽມພົບກັບ ຟັງຊັນໃໝ່ Currency Exchange ໃນແອັບ BCEL One
ອາດຈະເປັນອີກຟັງຊັ້ນ ຫຼື ມີການແລກປ່ຽນແນວໃດ ຖ້າຕິດຕາມກັນຕໍ່ໄປເດີ້ ກັບພວກເຮົາ