ຕີຄີ ປີນີ້ ປະຊາຊົນຊະນະ “ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າປາ ເຂົ້າເຕັມນາປາເຕັມໜອງ ເສດຖະກິດຮຸ່ງເຮືອງ”

ຕີຄີ ປີນີ້ ປະຊາຊົນຊະນະ “ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າປາ ເຂົ້າເຕັມນາປາເຕັມໜອງ ເສດຖະກິດຮຸ່ງເຮືອງ”

November 9, 2022 Off By FC

ຕີຄີ ແມ່ນກິລາປະເພນີທີ່ສືບທອດກັນມາແຕ່ບູຮານ.
ບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນທີ່ຍິ່ງໃຫຍ່ສຳລັບຄົນລາວ, ເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນ, ຮັກສາສິນ ເຊິ່ງໃນແຕ່ລະປີ.

ນອກຈາກຈະມີກິດຈະກຳທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ກິລາ ຕີຄີ ເຊິ່ງແມ່ນກິດຈະກຳທີ່ມີຄວາມໝາຍ ແລະ ຂາດບໍ່ໄດ້ ໃນງານບຸນນະມັດສະການພະທາດຫຼວງ, ໃນເມື່ອກ່ອນແມ່ນມີກິລາ ຕີໝໍ້, ຫຼິ້ນໝາກເດິ, ຫຼິ້ນຜີຕາແຕກ, ເຊືອກດຶງແອວ, ເສັງຕີກອງ ແລະ ອື່ນໆ ເພື່ອຄົບງັນ ແຕ່ປັດຈຸບັນ ຍັງເຫຼືອແຕ່ ກິລາຕີຄີ ເຊິ່ງຈະຈັດຂຶ້ນຕອນບ່າຍຂອງມື້ເພັງ15 ຄໍ່າ ເດືອນ 12 ລາວ ຫຼັງຈາກຕັກບາດແລ້ວ.

ອຸປະກອນສຳລັບຕີຄີ ແມ່ນໃຊ້ເຫງົ້າໄມ້ໄຜ່ໂງະໆ ຄ້າຍຄືດ້າມຂວານ ມາເຮັດເປັນໄມ້ສຳລັບຕີ ມີຄວາມຍາວປະມານ 1 ວາ, ລູກຄີ ກໍຫຼໍ່ດ້ວຍຂາງປະສົມເຫຼັກ ແລະ ທອງ ໃຫ້ເປັນຮູບມົນໆ. ກ່ອນຈະເອົາລູກຄີລົງໄປແຂ່ງຂັນຕີຄີ ກໍ່ມີພິທີເຊີນລູກຄີລົງມາແຂ່ງຂັນ ແລ້ວຈັດແບ່ງນັກກິລາຕີຄີອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ ໂດຍກຳນົດເອົາຝ່າຍລະ 20-30 ຄົນ ແລະ ມີການເຮັດພິທີທຳທາງສາສະໜາກ່ອນຈະແຂ່ງຂັນ.

ກິດຈະກຳຕີຄີ ຫຼື ກິລາຕີຄີ ເປັນກິດຈະກຳທີ່ຫາເບິ່ງໄດ້ຍາກ ເພາະເພີ່ນຈະຈັດຂຶ້ນສະເພາະມື້ສຸດທ້າຍຂອງບຸນນະມັດສະການພະທາດຫຼວງເທົ່ານັ້ນ, ໝາຍເຖິງການເຕົ້າໂຮມຄວາມສາມັກຄີ ຂອງທຸກຄົນໃນຊາດ, ສ້າງຄວາມມ່ວນຊື່ນ ແລະ ຮັກສາຮີດເກົ່າຄອງເດີ່ມທີ່ເຄີຍປະຕິບັດກັນມາແຕ່ບູຮານ ໃຫ້ຄົນຮຸ່ນໃໝ່ໄດ້ໄດ້ສືບທອດຕໍ່ໄປ.
ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີ ແມ່ນການສ່ຽງທວາຍເຖິງເຫດການບ້ານ ເຊື່ອວ່າຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ ຈະຖືກພວກຂຸນນາງບັງຄັບຂົ່ມເຫັງ, ແຕ່ຖ້າປີໃດພົນລະເມືອງຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ.

ການຫຼິ້ນກິລາຕີຄີ ແມ່ນຈະໃຊ້ໄມ້ໂງະໆນັ້ນຕີ ຫຼື ເກາະລູກຄີໄປຫາໂກນ (ເຂດແດນ) ທີ່ເພິ່ນກຳນົດໄວ້ຄື: ກວ້າງ 3 ວາ, ສູງ 2 ວາ, ແຕ່ຫາກບໍ່ມີຕາໜ່າງຄືໂກນເຕະບານ.
ຂ່າວ : ອະພິນຍາ
ການແຂ່ງຂັນຕີຄີນີ້ຕາມຄວາມເຊື່ອແມ່ນເພື່ອທຳນາຍຊາຕາຂອງຊາດບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າລືສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດລະບາດ.

ແຕ່ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າບໍ່ອຶດປາ ຈະມີເຂົ້າເຕັມນາປາເຕັມໜອງ ເສດຖະກິດຈະເລີນຮຸ່ງເຮືອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ຄວາມລາບລື່ນ ບ້ານເມືອງມີແຕ່ຄວາມຈະເລີນສີວິໄລຂຶ້ນໄປ.

.

ສຳລັບປີນີ້ຝ່າຍປະຊາຊົນ ຊະນະ ຕາມຄໍາທໍານາຍແມ່ນ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍບໍ່ອຶດເຂົ້າບໍ່ອຶດປາ ຈະມີເຂົ້າເຕັມນາປາເຕັມໜອງ ເສດຖະກິດຈະເລີນຮຸ່ງເຮືອງ ບ້ານເມືອງມີຄວາມສະຫງົບປອດໄພ ການທຳມາຫາກິນມີແຕ່ຄວາມລາບລື່ນ ບ້ານເມືອງມີແຕ່ຄວາມຈະເລີນສີວິໄລຂຶ້ນໄປ.
ສາທຸ