ຮູ້ໄວ້ 3 ຂໍ້ດີ ຂອງການດື່ມນໍ້າຫຼັງຕື່ນນອນ

ຮູ້ໄວ້ 3 ຂໍ້ດີ ຂອງການດື່ມນໍ້າຫຼັງຕື່ນນອນ

June 8, 2023 Off By FC

“ນໍ້າ” ເປັນສ່ວນປະກອບຫຼັກໃນຮ່າງກາຍມະນຸດ ທີ່ມີອັດຕາສ່ວນຢູ່ເຖິງ 1 ໃນ 4 ຂອງຮ່າງກາຍນັ້ນ ເຮັດໃຫ້ນໍ້າມີສ່ວນສໍາຄັນໃນການຊີ້ວັດສຸຂະພາບຊີວິດທັງພາຍນອກ ແລະ ພາຍໃນ ແນ່ນອນວ່າ ເຮົາທຸກຄົນດື່ມນໍ້າກັນທຸກຄົນໃນແຕ່ລະວັນຫຼາຍແດ່ຫນ້ອຍ ແດ່ແຕກຕ່າງກັນ ແຕ່ຫນ້ອຍຄົນທີ່ຈະຮູ້ວ່າ ນອກຈາກ ປະລິມານ 7-8 ຈອກຕໍ່ຫນຶ່ງວັນ ອັນເປັນປະລິມານທີ່ດີຕໍ່ຮ່າງກາຍແລ້ວນັ້ນ ໄລຍະເວລາໃນການດື່ມກໍ່ສໍາຄັນບໍ່ ແພ້ກັນ ແລະ ຍັງສໍາຄັນອັນດັບຕົ້ນຂອງຊີວິດທີ່ເລີ່ມໃຫມ່ໃນແຕ່ລະວັນ.

– ເນື່ອງຈາກນ້ໍາຈະເຂົ້າໄປລ້າງລໍາໄສ້ ໄປຊ່ວຍປັບສົມ ດຸນຂອງ “ຕ່ອມນ້ໍາເຫຼືອງ” ໃຫ້ເຮັດວຽກຢ່າງມີປະສິດ ທິພາບ ຊຶ່ງຈະເຮັດວຽກຄວບຄູ່ກັບ ລະບົບພູມຕ້ານທານໃນການຕໍ່ຕ້ານ ແລະ ທໍາລາຍເຊື້ອໂລກ ລວມ ທັງການຂັບສິ່ງເສຍຕ່າງໆຂອງຮ່າງກາຍ ນອກຈາກນີ້ ຍັງເຮັດວຽກຮ່ວມ ກັບລະບົບການໄຫຼວຽນຂອງເລືອດ ເພື່ອຈະລໍາລຽງສານອາຫານ ອົກຊິແຊນ ແລະ ຮໍ ໂມນຈາກເຊລເມັດເລືອດຕ່າງໆທີ່ຖືກສ້າງຂຶ້ນ ໄປຍັງ ເນື້ອ ເຍື່ອຕ່າງໆຂອງຮ່າງກາຍ ສົ່ງຜົນໃຫ້ຮ່າງກາຍໄດ້ຮັບການເຮັດວຽກຢ່າງມີປະສິດທິພາບ ເຮັດໃຫ້ກະຕຸ້ນ ໃນການສ້າງເຊລໃຫມ່ໆໄດ້ຮັບການຟື້ນ ຟູ ສົ່ງຜົນໃຫ້ ຜິວພັນສົດໃສຈາກພາຍໃນສູ່ພາຍນອກນັ້ນເອງ (ແລະ ໂດຍສະເພາະຢ່າງຍິ່ງ ໃຜທີ່ເປັນແຜອັກເສບ ການດື່ມນໍ້າໃນຕອນເຊົ້າ ຫຼັງຕື່ນນອນທັນທີ ຍັງຊ່ວຍ ໃຫ້ແຜເຊົ້າໄດ້ໄວຂຶ້ນອີກເທົ່າຕົວດ້ວຍ).

– ເພາະເມື່ອລະບົບຕ່າງໆໃນຮ່າງກາຍເຮັດວຽກຢ່າງມີປະສິດທິພາບ ການດື່ມນໍ້າໃນຕອນເຊົ້າຫຼັງຕື່ນນອນ ໃນທັນທີຂະນະທີ່ທ້ອງຍັງຫວ່າງ ຍັງ ຊ່ວຍໃຫ້ລໍາໄສ້ທີ່ ສະອາດຈາກສ້າງພິດ ພ້ອມໃນການທີ່ຈະຮັບສານອາ ຫານທີ່ມີປະໂຫຍດຕໍ່ຮ່າງກາຍໃນວັນໃຫມ່ໄດ້ຢ່າງ ເຕັມທີ່ ໂດຍຄຸນປະໂຫຍດຂອງສານອາຫານທີ່ເຮົາຮັບ ປະທານໄປໃນຕອນເຊົ້າກໍຈະກະຕຸ້ນການເຮັດວຽກ ຂອງລະບົບສະຫມອງ ພັດທະນາຂະບວນການຄວາມຄິດ ແລະ ສະມາທິໃຫ້ດີຍິ່ງຂຶ້ນ ພ້ອມໆກັບສ້ອມແຊມ ເຊວເກົ່າທີ່ບໍ່ດີ ເສີມສ້າງກ້າມຊີ້ນ ແລະ ຂັບໄຂມັນ ອອກມາຈາກຮ່າງກາຍ ຊ່ວຍຫຼຸດ ນ້ໍາຫນັກ ແຖມຫມົດ ບັນຫາສ່ຽງຂອງໂຣກກະດູກ ໂລກປະດົງແສນທໍລະ ມານໄດ້ ໂດຍການທີ່ເຂົ້າໄປຊ່ວຍໃນການເຮັດວຽກຂອງຂໍ້ຕໍ່ກະດູກ ໃນຮ່າງກາຍຄວບຄູ່ກັນໄປ ເນື່ອງ ຈາກລະບົບຍ່ອຍອາຫານ ແລະ ການເຜົາຜານເຮັດ ວຽກຢ່າງມີປະສິດທິຜົນເຕັມກໍາລັງ.

– ຈາກການລ້າງພິດຂັບພິດອອກຈາກລໍາໄສ້ ແລະ ຮ່າງກາຍສ່ວນອື່ນໆ ນອກຈາກສົ່ງຜົນໃນເລື່ອງ ຄວາມສວຍງາມຂອງຜິວພັນ ຮູບຮ່າງ ຫຼື ການ ເຮັດ ວຽກໃນສ່ວນຂອງລະບົບສະຫມອງໃຫ້ມີປະສິດທິພາບ ດີຂຶ້ນ ການດື່ມນໍ້າຍັງຊ່ວຍໃຫ້ເຮົາສົດຊື່ນ ແລະ ຜ່ອນ ຄາຍພ້ອມຮັບວັນໃຫມ່ທີ່ດີ ດັ່ງນັ້ນ ເມື່ອອາລົມເຮົາ ສົດໃສ ຮໍໂມນ ຄໍຕິຊອນ ບໍ່ເກີດຂອງໂລກກໍເທົ່າກັບ ຫມົດສິດທີ່ຈະຫຼັງອອກມາຕອບສະຫນອງທໍາຮ້າຍ ຮ່າງກາຍເຮົາ. ແລະ ເມື່ອກາຍພ້ອມໃຈພ້ອມ ສານ ຕ່າງໆທີ່ຈະກໍ່ໃຫ້ເກີດໂລກຮ້າຍ ເຊັ່ນ ມະເຮັງຕ່າງໆ ຢ່າງ ໂລກມະເຮັງລໍາໄສ້ ໂລກມະເຮັງຕ່ອມລູກຫມາກ ໂລກມະເຮັງພົກຍ່ຽວ ກໍຈະຖືກຊະລ້າງອອກໄປດ້ວຍ ອີກຂັ້ນຫນຶ່ງ ຫຼັງຈາກທີ່ລໍາໄສ້ ແລະ ລະບົບຕ່າງໆຂອງ ຮ່າງກາຍເຮັດວຽກຢ່າງມີປະສິດທິພາບ ໃນເບື້ອງຕົ້ນ ທີ່ຊ່ວຍຣັດສານເຄມີ ແລະ ສານພິດທີ່ປະປົນມາ ຈາກອາຫານ ແລະ ຈະຊ່ວຍໃຫ້ຮ່າງກາຍ ສຸຂະພາບດີ ບໍ່ເຈັບປ່ວຍງ່າຍ