ເຕືອນໄພສາຍຊອຍຈຸ ລະວັງມີແມ່ທ້ອງໂຕແປຈຳນວນຫລາຍໃນທ້ອງແບບນີ້ເດີ້ ບໍ່ແມ່ນເສັ້ນໝີ່ໃດ໋

ເຕືອນໄພສາຍຊອຍຈຸ ລະວັງມີແມ່ທ້ອງໂຕແປຈຳນວນຫລາຍໃນທ້ອງແບບນີ້ເດີ້ ບໍ່ແມ່ນເສັ້ນໝີ່ໃດ໋

June 2, 2023 Off By FC

ເຕືອນໄພສາຍຊອຍຈຸ
ທີ່ທ່ານເຫັນບໍ່ແມ່ນໝີ່ເຫຼືອງແຕ່ມັນແມ່ນພະຍາດແມ່ທ້ອງໂຕແປງົວ (Taenia Saginata),ຄວາມຍາວປະມານ5-10ແມັດ ຈຳນວນຫລາຍໂຕ

ວັນທີ29/5/2023 ທີມງານຜ່າຕັດໂຮງໝໍຊຸມຊົນເຊໂປນ,ແຂວງສະຫວັນນະເຂດ.ໄດ້ຜ່າຕັດຈາກຄົນໄຂ້ຜູ້ໝຶ່ງ,ອາຍຸ36ປີ,ມາໂຮງໝໍດ້ວຍອາການເຈັບທ້ອງເບື້ອງຂວາຮຸນແຮງ,ເຈັບຫຸ່ມທົ່ວທ້ອງ,ໄຂ້,ອິດເມື່ອຍ,ຮາກ,ສິຜິວຈືດມ່ານ,ບໍ່ຢາກອາຫານ,ຖ່າຍບໍ່ອອກຫຼາຍວັນ,ທ້ອງເບັງເລັກໜ້ອຍ ສອບຖາມເພິ່ມເຕີມແມ່ນຜູ້ກ່ຽວມັກກິນອາຫານດິບແລະບໍ່ໄດ້ຂ້າແມ່ທ້ອງດົນກວ່າ5ປີ
Echo abdominal : ມີນ້ຳໃນຜົ້ງທ້ອງ


X ray : ພົບລຳໄສ້ອຸດຕັນ
ບົ່ງມັດຕິເບື້ອງຕົ້ນ Bowel obstruction
ຫຼັງຈາກຜ່າຕັດເຂົ້າຜົ້ງທ້ອງພົບລຳໄສ້ມີລັກສະນະອຸດຕັນຈາກພະຍາດແມ່ທ້ອງໂຕແປຈຳນວນຫລາຍທີມແພດໝໍເຮົາຈຶ່ງຜ່າຕັດລຳໄສ້ເພື່ອດຶງເອົາພະຍາດໂຕແປອອກຈາກລຳໄສ້,ຄົນໄຂ້ປອດໄພດີແລະກຳລັງສືບຕໍ່ປິ່ນປົວ

.
ພະຍາດໂຕແປງົວ (Taenia Saginata) ແມ່ນພົບເຫັນໄດ້ຫຼາຍໂດຍສະເພາະຄົນທີ່ມັກກິນອາຫານດິບ,ຫຼືປົນເປື້ອນກັບໄຂ່ຂອງພະຍາດມາ,ໂດຍສະເລ່ຍອາຍຸຂອງພະຍາດໂຕແປແມ່ນອາໃສແລະມີຊີວິດຢູ່ໃນຮ່າງກາຍຄົນເຮົາໄດ້ເຖິງ35ປີແລະຍາວໄດ້ເຖິງ5-15ແມັດ,ແລະມັກມີຢູ່ຫຼາຍໂຕ,ສ່ວນໃຫຍ່ຈະບໍ່ສະແດງອາການໃຫ້ຮູ້ໂດຍທັນທີ,ສະນັ້ນໃຫ້ທຸກຄົນໝັ່ນກວດສຸຂະພາບແລະຂ້າແມ່ທ້ອງປະຈຳປີໝ່ຳສະເໝີ