
ຄູອາສາ 9 ປີ ຕັດສິນໃຈລາອອກດ້ວຍນ້ຳຕາ
May 26, 2023ວັນທີ 17 ພຶດສະພາ2023 ຜ່ານມານີ້ ເພຈ ມສ ລ້ອງນາຍເກົ່າ ເມືອງບຸນໃຕ້ ແຂວງຜົ້ງສາລີ ອອກມາໂພສວ່າ:
ຂໍຂອບໃຈ ອາຈານຄຳຈັນ ກົມແສງ ທີ່ສະລະເວລາອັນມີຄຸນຄ່າ ຄູອາສາ 8-9ປີ ບໍ່ໄດ້ໂກຕາລັດຖະກອນທ່ານຜູ້ທີ່ສ້າງຜົນງານຫຼາຍສິ່ງຫຼາຍຢ່າງໄວ້ກັບໂຮງຮຽນ ມສ ລ້ອງນາຍເກົ່າ ພວກເຮົາຈະຈົດຈຳຄຸນງາມຄວາມດີ ແລະ ຜົນງານທີ່ທ່ານໄດ້ສ້າງໄວ້
ກັບໂຮງຮຽນແຫ່ງນີ້ ບໍ່ວ່າຈະເປັນການສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ແລະ ການສ້າງມະນຸດສຳພັນທີ່ດີຕໍ່ເພື່ອຮ່ວມງານ ແລະອື່ນໆ ຂໍໃຫ້ທ່ານຈົງໂຊກດີກັບອາຊີບໃໝ່ເດີທ່ານຈະຢູ່ໃນຄວາມຊົງຈຳຂອງພວກເຮົາທຸກຄົນ.