ໂດດເດັ່ນ ມາແຮງ 1 ໂຕເຕັ່ງໃນເວທີ ຢູນິເວີດ ຈູ່ເລຍ ໂຕແທນ ແຂວງອຸດົມໄຊ

ໂດດເດັ່ນ ມາແຮງ 1 ໂຕເຕັ່ງໃນເວທີ ຢູນິເວີດ ຈູ່ເລຍ ໂຕແທນ ແຂວງອຸດົມໄຊ

May 26, 2023 Off By FC

ສະບາຍດີ ນ້ອງມາຈາກແຂວງອຸດົມໄຊແລະເປັນໂຕແທ່ນຂອງແຂວງອຸດົມໄຊ.
ປັດຈຸບັນກຳລັງສຶກສາຢູ່ທີ່ສະຖາບັນກິລາກາຍຍະກຳແລະເປັນນັກກິລາເທຄວັນໂດ.

ທີ່ຜ່ານມາແມ່ນນ້ອງຍັງບໍ່ເຄີຍມີຜົນງານແລະຍັງບໍ່ທັນໄດ້ເຄີຍເຮັດວຽກໃນວົງການບັນເທິງເທື່ອ.
ຄວາມສາມາດພິເສດແມ່ນການຫລີ້ນກິລາ ໂດຍສະເພາະກິລາເທຄວັນໂດ(ສາຍດຳດັນ1)
ເວົ້າພາສາກຶມມຸ,ລາວ,ອັງກິດປານກາງແລະໄທ.

ຜ່ານມາຍັງບໍ່ເຄີຍໄດ້ປະກວດນາງງາມເລີຍ ເວທີນີ້ເປັນເວທຳອິດ. ນ້ອງຄາດຫວັງວ່ານ້ອງຈະສາມາດສະແດງສັັກກາຍຍະພາບ ແລະສາມາດເປັນຜູ້ນຳແຫ່ງກາຍປຽນແປ່ງຂອງນ້ອງໃຫ້ທຸກຂອງຄົນໄດ້ເຫັນແລະສາມາດເປັນແມ່ແບບເຮັດໃຫ້ຜູ້ຍິງກລາຍໆຄົນທີ່ມີຄວາມຝັນແຕ່ບໍ່ມີຄວາມມັ່ນໃຈບໍ່ວ່າຈະເປັນເລື່ອງຂອງຜີວ,ສ່ວນສູງ ຫລືອືຶນໆ ໃຫ້ມີຄວາມກ້າ ກ້າທີ່ຈະຄິດແລະກ້າຕັດສິນໃຈລົງມື້ເຮັດເພາະຖ້າຄົນເລົ່ານັ້ນມີຄວາມກ້າພວກເຂົາກະຊິບໍ່ໄດ້ພາດໂອກາດແລະມີໂອກາດຫລາຍຂື້ນ ໂດຍສະເພາະພິເສດແມ່ນແມ່ຍິງກຶມມຸເພາະນ້ອງເຫັນວ່າຫລາຍຄົນມັກພາດໂອກາດຍ້ອນບໍ່ມີຄວາມກ້າ

ນ້ອງມີຄະຕິປະຈຳໃຈວ່າໃນ1ປີມີພຽງແຕ່2ມື້ທໍນັ້ນທີ່ເຮົາບໍ່ສາມາດປຽນໄດ້ນັ້ນກະຄຶມື້ອື້ນກັບມື້ວານເພາະສະນັ້ນຈົງເຮັດມື້ນີ້ໃຫ້ດີທີ່ສຸດບໍ່ມີໃຜທີ່ເກີດມາສົມບູນແບບແຕ່ເຮົາສາມາດສົມບູນແບບໃນແບບຂອງເຮົາ ທຸກຄົນສາມາດມີຄວາມປະສົບຜົນສຳເລັດໄດ້ບໍ່ວ່າຈະຢູ່ໃນຖະນະພາກພື້ນໃດກໍຕາມແຕ່ຖ້າເຮົາຢູ່ໃນພາກພື້ນທີ່ບໍ່ຄ່ອຍອຳນວຍເຮົາກໍອາດຈະປະສົບຜົນສຳເລັດໄດ້ຊ້າດວ່າກມູ່ກນ່ອຍ1ແຕ່ເຮົາກໍສາມາດປະສົບຜົນສຳເລັດໄດ້.

ສະເປັກຂອງນ້ອງຫວາ ນ້ອງມັກຄົນທີ່ໃຊ້ເຫດແລະຜົນໃນການແກ້ໄຂ້ປັນຫາ,ມັກຄົນທີ່ມີແຜ່ນມີເປົ້າຫມາຍໃນການໃຊ້ຊິວິດ ແລະສິ່ງບໍ່ມັກທີ່ສຸດແມ່ນ ນ້ອງບໍ່ມັກຄົນທີ່ໃຊ້ອາລົມແລະຄວາມຮຸນແຮງໃນການແກ້ໄຂປັນຫາເພາະມັນຄ່ອນຂ້າງທີ່ຈະໂຫດຫາຍແລະເປັນວິທີແກ້ໄຂປັນຫາທີ່ດີຢ່າງແນ່ນອນ ນ້ອງມີອ້າຍຊາຍ2ຄົນແລະນ້ອງຊາຍ2ຄົນສ່ວນນ້ອງເປັນລູກຄົນທີ່3

ຖ້ານ້ອງໄດ້ເປັນ MUL ນ້ອງຢາກເປັນແມ່ແບບແລະຜູ້ນຳ້ແຫ່ງການນຳການປຽນແປງໄປສູ່ຄອບຄົວ ແລະ ສັງຄົນລາວບໍ່ວ່າຈະເປັນແມ່ຍີງລາວ,ເດັກນ້ອຍ ແລະທຸກເພດ ລວມເຖິ່ງ LGBTQ ທີ່ມີຄວາມຝັນແຕ່ມີຄວາມມັນໃຈໃນການກ້າທີ່ຈະຄິດແລະຕັດສິນໃຈລົງມື້ເຮັດແລະຢາກຈະສົ່ງເສີ່ມພັດທະນາທາງດ້ານການກິລາລາວໂດຍນ້ອງຈະໃຊ້ການຫລີ້ນກິລາເພື່ອເປັນບອນປຸກສ້າງໃຫ້ທຸກຄົນຄວາມມັ່ນໃຈ,ຄວາມອົດທົນ,ຄວາມກ້າ ເພາະການຫລີ້ນກິລາບໍ່ແມ່ນມີເພື່ອການແຂ່ງຂັນທໍນັ້ນແຕ່ມັນຍັງມີຄວາມສຳຄັນຫລາຍ ບໍ່ວ່າຈະເປັນທາງດ້ານຮ່າງກາຍ,ສະຕິປັນຍາ,ຈິດໃຈແລະສັງຄົມ.
ນ້ອງຢາກຝາກຂອບໃຈທຸກໆແຮງເຊຍທຸກກຳລັງໃຈແລະຂອບໃຈທຸກຄົນທີ່ສະຫນັບສະຫນູນນ້ອງ ນ້ອງຊິເຮັດໃຫ້ເຕັມທີ່ແລະດີທີ່ສຸດ ນ້ອງຊິພະຍາຍາມຮຽນຮູ້ແລະພັດທະນາໂຕເອງໄປເທື່ອລະຂັນຕອນ.

Julia Tkd