ບ່ອນຖ່າຍຮູບສາຍອາດໃໝ່ ທີ່ນີ້ເດີ້ ຢູ່ນະຄອນຫຼວງວຽງຈັນກະມີ “ສິນລະປະຮູບແຕ້ມເທິງຝາພະໜັງ”

ບ່ອນຖ່າຍຮູບສາຍອາດໃໝ່ ທີ່ນີ້ເດີ້ ຢູ່ນະຄອນຫຼວງວຽງຈັນກະມີ “ສິນລະປະຮູບແຕ້ມເທິງຝາພະໜັງ”

May 26, 2023 Off By FC

ໄປຖ່າຍຮູບອາດໆໄດ້ເລີຍ ກັບສິລະປະເທິງຝາກຳແພງ ຜົນງານຈາກສິລະປິນລາວສີມືດີ ເລົ່າເລື່ງລາວຂອງລາວ ສະຖານທີ່ທ່ອງທ່ຽວແຕ່ຂະແຂວງໄວ້ຮ່ວມກັນຢ່າງໜ້າສົນໃຈ
ຜົນງານຮູບແຕ້ມເທິງຝາ (Mural Arts) ດັ່ງກ່າວເປັນຜົນງານຂອງສິລະປິນລາວຫຼາຍທ່ານ ບໍ່ວ່າຈະເປັນ ພຸດທະສອນ ແກ້ວມຸງຄຸນ (Aleqs), ໄກຍະສິດ ສິຣິວົງສາ (Karnkai), ສົມພອນ ທອງເພັດ (Papern), ພອນປະເສີດ ແກ້ວສົມສັກ (Shine), ບັນດາຄູອາຈານ ແລະ ນັກສຶກສາ ຈາກສະຖາບັນວິຈິດສິນແຫ່ງຊາດ ລວມທັງບັນດາເພື່ອນຮ່ວມງານ ຈາກສະມາຄົມເພື່ອການອະນຸລັກ ແລະ ສົ່ງເສີມສິລະປະ-ວັນນະຄະດີ.

ໂດຍທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວໃນໂອກາດເປີດສະແດງຮູບແຕ້ມເຫຼົ່ານີ້ເມື່ອຕອນແລງຂອງວັນທີ 24 ພຶດສະພາ 2023 ວ່າ
ເປັນເວລາຫລາຍກວ່າ ຊາວ (20) ປີ, ທີ່ ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນວຽກງານອະນຸລັກມໍລະດົກທາງວັດທະນະທຳໃນ ສປປ ລາວ
ພາຍໃຕ້ກອງທຶນເອກອັກຄະລັດຖະທູດ ສະຫະລັດອາເມລິກາ ເພື່ອການອະນຸລັກວັດທະນະທຳ ນັ້ນ.
ເຊິ່ງໂຄງການທຳອິດທີ່ໄດ້ທຳການບູລະນະ ແລະ ປົກປົກຮັກສານັ້ນກໍຄື ສວນອຸທິຍານຫີນຕັ້ງຢູ່ແຂວງຫົວພັນ,

ເຊິ່ງທ່ານສາມາດເຫັນຮູບ ຢູ່ຝາທີສາມນັ້ນ.
ລ່າສຸດ, ຕົ້ນປີທີ່ຜ່ານມາ, ພວກຂ້າພະເຈົ້າໄດ້ເລີ່ມໃຫ້ການສະໜັບສະໜຸນໃນການເຮັດເອກະສານ ແລະ
ການອະນຸລັກຮູບແຕ້ມຝາຜະໜັງບູຮານຂອງວັດເກົ່າ ສາມແຫ່ງ ຢູ່ແຂວງສະຫວັນນະເຂດ, ເຊິ່ງຮູບແຕ້ມດັ່ງກ່າວ ແມ່ນຢູ່ດ້ານຂວາມືຂອງຂ້າພະເຈົ້າ.
ໂດຍລວມ, ລັດຖະບານສະຫະລັດອາເມລິກາແມ່ນໄດ້ສະໜອງທຶນຊ່ວຍເຫລືອໃຫ້ຫລາຍກວ່າ 1.3 ລ້ານໂດລາ


ເຂົ້າໃສ່ບັນດາໂຄງການອະນຸລັກ ໃນທົ່ວ ສປປ ລາວ.

ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງບັນດານັກແຕ້ມຮູບ, ພິເສດແມ່ນ Alex, ທີ່ເປັນຄູ່ຮ່ວມງານຫລັກຂອງພວກເຮົາ ໃນການເຮັດໃຫ້ບັນດາຮູບແຕ້ມ ບໍ່ເປັນພຽງແຕ່ພາບວາດຕາມຝາຜະໜັງເທົ່ານັ້ນ
ແຕ່ພັດມີເລື່ອງລາວໃຫ້ບອກເລົ່າ (ມີຊີວິດ).
– Alex ແລະ ສະມາຊິກຄົນອື່ນໆ ໃນກຸ່ມຂອງ “arts 2 win” ທີ່ເປັນການລວມກຸ່ມສິລະປິນ
– ບັນດາຄູອາຈານ ແລະ ນັກສຶກສາ ຈາກສະຖາບັນວິຈິດສິນແຫ່ງຊາດ
– ໄຊ ພອນປະເສີດ, ທີ່ເດີນທາງມາຈາກແຂວງ ຫລວງພະບາງ ເພື່ອນຳເອົາສິລະປະລາຍດອກພອກ ອັນເປັນລວດລາຍຂອງວັດຫລວງພະບາງ ມາປະກອບໃສ່ຮູບແຕ້ມ
– ແລະ ບັນດາເພື່ອນຮ່ວມງານ ຈາກສະມາຄົມເພື່ອ ການອະນຸລັກ ແລະ ສົ່ງເສີມສິລະປະ-ວັນນະຄະດີ ລ້ວນແຕ່ໄດ້ປະກອບສ່ວນເຮັດໃຫ້ໂຄງການຮູບແຕ້ມນີ້ ງົດງາມ ແລະ ໜ້າປະທັບໃຈ.
ຂໍບັນດາທ່ານໃຫ້ກຽດຕົບມືຊົມເຊີຍ ນອກນັ້ນ, ຂ້າພະເຈົ້າຍັງຂໍຂອບໃຈມາຍັງບັນດາຄູ່ຮ່ວມມືທີ່ສຳຄັນຂອງບັນດາໂຄງການອະນຸລັກເຫລົ່ານີ້ ຄື:

– ກະຊວງການຕ່າງປະເທດ ແລະ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
– ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລວມເຖິງຫ້ອງການມໍລະດົກຂອງແຂວງ
– ແລະ ບັນດາຜູ້ໄດ້ຮັບທຶນ ກໍຄືບັນດາຜູ້ຈັດຕັ້ງປະຕິບັດໂຄງການ, ຜູ້ຕາງໜ້າທີ່ຮ່ວມງານກັບພວກເຮົາໃນແລງມື້ນີ້.

ຂໍຂອບໃຈມາຍັງທຸກໆພາກສ່ວນ.
ເປັນສິ່ງທີ່ໜ້າຍິນດີຫລາຍ ທີ່ໄດ້ເຫັນທັງຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ຈຳນວນຫລາຍ ໄດ້ຖ່າຍຮູບກັບຮູບແຕ້ມຝາຜະໜັງເຫລົ່ານີ້ ໃນລະຫວ່າງທີ່ເຂົາເຈົ້າຍ່າງຜ່ານໄປ-ມາ ລະຫວ່າງ ຖະໜົນທາດດຳ ແລະ ຖະໜົນລ້ານຊ້າງ
ດັ່ງທີ່ທ່ານເຫັນ ຍັງມີຝາຈຳນວນໜຶ່ງທີ່ຍັງວ່າງ ເພື່ອໄວ້ແຕ້ມຕື່ມອີກ.

ໃນປີຕໍ່ໜ້າ, ພວກເຮົາຈະເພີ່ມຮູບແຕ້ມ ທີ່ສະແດງເຖິງຜົນສຳເລັດຂອງວຽກງານອະນຸລັກທີ່ເປັນໂຄງການໃໝ່ໆ, ໂດຍສະເພາະໃນຫລາຍຂົງເຂດຂອງ ສປປ ລາວ ທີ່ໂຄງການກອງທຶນເອກອັກຄະລັດຖະທູດເພື່ອການອະນຸລັກ ຫລື AFCP ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ.
ຂ້າພະເຈົ້າເຊື່ອໝັ້ນວ່າ ລັດຖະບານ ສະຫະລັດອາເມລິກາ ແລະ ສປປ ລາວ continue ໃນການຮ່ວມມື ເພື່ອສົ່ງເສີມການປົກປັກຮັກສາ ແລະ ອະນຸລັກ ມໍລະດົກທາງວັດທະນະທຳຂອງລາວ.
ພວກຂ້າພະເຈົ້າປາຖະໜາທີ່ຈະເຫັນຄົນຮຸ່ນຕໍ່ໄປຂອງລາວ ແລະ ຈາກຫລາຍປະເທດໃນທົ່ວໂລກ ໄດ້ມີໂອກາດຊື່ນຊົມຄວາມສວຍງາມທາງສິລະປະ ແລະ ວັດທະນະທຳອັນເປັນເອກະລັກສະເພາະຂອງລາວ.

.