
ລາວ ສະເໜີ ຈີນ! ຂໍທຶນຊ່ວຍເຫຼືອລ້າ ເພື່ອສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ
May 24, 2023ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຮ່ວມກັບ ກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ເພື່ອປຶກສາຫາລືການສືບຕໍ່ໃຫ້ການຊ່ວຍເຫຼືອ ດ້ານສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ. ໂດຍເປັນປະທານຂອງທ່ານ ນາງ ຈັນສະຫວາດ ບຸບຜາ, ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ລີ ຈິນຟາ, ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ສປ ຈີນ.
ກອງປະຊຸມຄັ້ງນີ້ໄດ້ປືກສາຫາລື ແລະ ສະເໜີຫຼາຍຫົວຂໍ້ ເປັນຕົ້ນ:
- ການສະເໜີຂໍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ຢູ່ເຂດທີ່ຍັງບໍ່ທັນໄດ້ສ້າງ ຂອງ ສປປ ລາວ ເນື້ອທີ່ 72,196 ກິໂລຕາແມັດ;
- ການສໍາຫຼວດທໍລະນີຟີຊິກທາງອາກາດ ຢູ່ເຂດ 9 ແຂວງພາກເໜືອຂອງລາວ ເຊິ່ງໃນປີ 2021 ຜ່ານມາ, ໄດ້ສຳເລັດການສະເໜີແຜນການດັ່ງກ່າວ ໄປຍັງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມາທິການຮ່ວມມືລາວ-ຈີນ ແລະ ສະຖານທູດຈີນ ປະຈໍາ ສປປ ລາວ ເພື່ອດຳເນີນແຜນການດັ່ງກ່າວ;
- ພ້ອມນັ້ນ, ຍັງໄດ້ເໜີສ້າງຖານຂໍ້ມູນ (Big Data) ຈີນ-ອາຊຽນ ໂດຍກົມທໍລະນີສາດ ແລະ ແຮ່ທາດ ໄດ້ເຊັນ MOU ກັບກົມໃຫຍ່ສໍາຫຼວດທໍລະນີສາດ ແຫ່ງຊາດຈີນ (CGS) ສຳເລັດໃນປີ 2022 ຜ່ານມາ.
ທ່ານ ນາງ ຈັນສະຫວາດ ບຸບຜາ ກ່າວວ່າ: ພາຍໃຕ້ການຮ່ວມມືໃນຂະແໜງທໍລະນີສາດແຮ່ທາດ ລະຫວ່າງ ລາວ-ຈີນ ໂຄງການຮ່ວມມືສໍາຫຼວດສ້າງແຜນທີ່ທໍລະນີສາດ ໄດ້ສຳເລັດການສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:200.000 ໃນເນື້ອທີ່ 16.309 ກິໂລຕາແມັດ ຫຼື ເທົ່າກັບ 6,87% ຂອງເນື້ອທີ່ທົ່ວປະເທດ ຈໍານວນ 3 ແຜ່ນ ກວມ 5 ແຂວງພາກເໜືອຄື: ແຂວງໄຊຍະບູລີ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ ແລະ ແຂວງວຽງຈັນ ແລະ ສໍາຫຼວດສ້າງແຜນທີ່ທໍລະນີເຄມີ ມາດຕາສ່ວນ 1:1.000.000 ກວມເນື້ອທົ່ວປະເທດເຊິ່ງໂຄງການໄດ້ເລີ່ມປະຕິບັດປີ 2012 ແລະ ສໍາເລັດໃນປີ 2017.
ໄລຍະສອງ ໂຄງການໄດ້ເລີ່ມເຊັນສັນຍາເດືອນສິງຫາ 2017 ເພື່ອສືບຕໍ່ຊ່ວຍເຫຼືອໃນການສໍາຫຼວດສ້າງແຜນທີ່ທໍລະນີສາດ ແລະ ທໍລະນີເຄມີ ມາດຕາສ່ວນ 1:200.000 ເນື້ອທີ່ 9.631 ກິໂລຕາແມັດ ຫຼື ເທົ່າກັບ 4,06% ຂອງເນື້ອທີ່ທົ່ວປະເທດ ຈໍານວນ 2 ແຜ່ນ ໃນເຂດບໍ່ແຕນ, ແກ່ນທ້າວ, ທົ່ງມີໄຊ, ປາກລາຍ ແຂວງໄຊຍະບູລີ ແລະ ເມືອງຊະນະຄາມ, ແຂວງວຽງຈັນ. ໂຄງການດັ່ງກ່າວ ມີອາຍຸສັນຍາ 5 ປີ ແລະ ຄາດວ່າການຈັດຕັ້ງປະຕິບັດໜ້າວຽກຂອງໂຄງການຈະສໍາເລັດທ້າຍປີ 2024.
.
ທີ່ມາ: ວຽງຈັນໃໝ່