
ພູມໃຈ ຕົວແທນຈາກໜຸ່ມສາວລາວ ຄວ້າລາງວັນ Mister & Miss Popularity ທີ່ປະເທດຫວຽດນາມ ຈ໋ອຍ&ນ້ອຍ
May 22, 2023ຈົບລົງໄປແລ້ວສໍາລັບການແຂ່ງຂັນເວທີ Miss & Mister fitness supermodel world 2023 ຈັດຂຶ້ນທີ່ຫວຽດນາມ ໂດຍລາວເຮົາ ຕົວແທນແມ່ນ ໜຸ່ມຈ໋ອຍ ຈອນທະຈັກ Jonethajuck Nouansengsy Mister fitness supermodel laos 2023 ແລະ ສາວ ນ້ອຍ Noy Laochongxoua Miss fitness supermodel laos 2023 ເປັນຕົວແທນເຂົ້າຮ່ວມ Miss & Mister fitness supermodel world 2023
.
ເຊິ່ງຜົນງານເຮັດອອກມາໄດ້ດີເລີຍ ທັງ 2 ສາມາດໄດ້ລາງວັນ Popularity ກະຄື Mister & Miss Popularity is Laos ພ້ອມນັ້ນຍັງໄດ້ລາງວັນພິເສດໃນເວທີດັ່ງກ່າວນໍາຄື
ໜຸ່ມ ຈ້ອຍ ໄດ້ລາງວັນພິເສດ Top3 ຫນຸ່ມຫນ້າຕາດີທີ່ສຸດ
.
ສາວ ນ້ອຍ ໄດ້ 2 ລາງວັນພິເສດຄື Top3 photogenic ແລະ Top3 Sportswear (ຊຸດກິລາ)
ຂໍສະແດງຄວາມຍິນດີທັງ 2 ຄົນເດີ້ ທີ່ໄປສ້າງຊື່ສຽງໃຫ້ປະເທດເຮົາ ແລະ ຮ່ວມຕ້ອນຮັບ ທັງ 2 ກັບລາວໄດ້ໂດຍຈະເດີນທາງກັບລາວ ໃນວັນທີ່ 23 ພຶດສະພາ 2023 ນີ້ ! ເວລາປະມານ 16:00 ເດີ້
.
Jonethajuck Nouansengsy Noy Laochongxoua