
10 ປີ ບໍ່ມີຄວາມໝາຍ ບໍ່ມີສັນຍານເຕືອນ ໂບກ໊ອດ ປິດສາກຮັກ ແຟນຄັບຕ່າງເສຍໃຈນໍາ
May 13, 2023ຫຼາຍຄົນຄົງຮັບຮູ້ໄປແລ້ວ ສໍາລບຄູ່ຮັກດາລາດັງ ຢ່າງ ໂບກ໊ດ ທີ່ຮັກແພງກັນ ຮັກກັນມາດົນ ຫຼາຍຄົນອິດສາໃນຄວາມສໍາພັນ ແຕ່ກໍຕ້ອງເສຍໃຈ ແລະ ເສຍດາຍທີ່ຫຼ້າສຸດ ທັງ 2 ຈົບສາກຮັກ 10 ປີ ແບບງົງໆ ບໍ່ມີສັນຍານເຕືອນ
.
ສິ່ງທີ່ໜ້າຢ້ານທີ່ສຸດໃນຄວາມຮັກ ຫຼື ຄວາມສໍາພັນ ຄືການທີ່ເຮົາບໍ່ມີວັນຮູ້ວ່າວັນຂ້າງໜ້າຈະເປັນແນວໃດ ຄວາມຮັກບໍ່ແນ່ນອນ ບໍ່ຮູ້ວ່າໝົດຮັກຕັ້ງແຕ່ຕອນໃດ ທັງທີອີກຄົນຍັງຄິດ ຍັງຮັກຫຼາຍຂຶ້ນ ແລະ ຍັງຄືເກົ່າ ແຕ່ອີກຄົນອາດໝົດຮັກໄປແລ້ວ ແລະ ບໍ່ເຫຼືອເຍື່ອໃຍ
.
.
ຕະຫຼອດໄປມັນອາດໝາຍເຖິງ ຊ່ວງເວລາໃດໜຶ່ງ ທີ່ຍັງຮັກ ຈະຮັກ ແຕ່ບໍ່ໄດ້ໝາຍຄວາມວ່າຈະບໍ່ໝົດຮັກ ຈະບໍ່ຖິ້ມກັນໄປ ບໍ່ວ່າຈະຄົບກັນຫຼາຍປີ ແຕ່ງງານກັນ ມີລູກນໍາກັນ ກໍບໍ່ສາມາດກາລັນຕີວ່າຮັກແທ້ ວ່າຈະຮັກຕະຫຼອດໄປ