
ປິດສາກຮັກ 8 ປີ ກຣີນ ດາລາໄທ ແລະ ພະເອກໜຸ່ມທັນວາ ເຊື້ອຊາດລາວ ກັບລາວໄຫວ້ພໍ່ແມ່
April 29, 2023ກັບບ້ານໄຫວ້ ແລະ ສົມມາພໍ່ແມ່ ພະເອກໜຸ່ມ ທັນວາ ດາລານັກສະແດງໄທ ເຊື້ອຊາດລາວ ຫຼາຍຄົນແຊວເປັນການກັບບ້ານຫຼັງເລີກແຟນສາວກຣີນ ດາລານັກສະແດງໄທ
.
ແລະ ກໍຖືເປັນຂ່າວທີ່ຫຼາຍຄົນ ແຟນຄັບ ຕ້ອງຜິດຫວັງໄປຕາມໆກັນ ກັບຄູ່ຮັກ 2 ຝັ່ງຂອງອີກຄູ່ຄື ທັນວາ ພະເອກໜຸ່ມເຊື້ອຊາດລາວ ແລະ ສາວ ກຣີນ ດາລານັກສະແດງໄທ ທີ່ສິ້ນສຸດທາງ ຫຼັງຄົບຫາເບິ່ງໃຈກັນມາ 8 ປີ
.
ໂດຍເຫດຜົນທີ່ເລີກ ຫຼື ຫຼຸດສະຖານະເປັນພຽງໝູ່ກັນນັ້ນເພາະຕ່າງຝ່າຍຕ່າງຢາກອອກໄປຕາມຫາຄວາມຝັນ ຢາກເດີນເສັ້ນທາງຂອງເຮົາເອງທີ່ເຮົາຕັດສິນໃຈດ້ວຍຕົນເອງ
.
“ຂອບໃຈຄວາມຮັກທີ່ເຮັດໃຫ້ເຕີບໂຕ ແລະ ໄດ້ີຮຽນຮູ້ຫຍັງຫຼາຍໆຢ່າງນໍາກັນມາ 8 ປີ ຫຼັງຈາກນີ້ຂໍໃຫ້ມີຄວາມສຸກ ຮັກ ແລະ ເປັນຫ່ວງຕະຫຼອດ”