ອາຖັນຂົວປາກເຊ ບໍ່ຮູ້ຢ່າລົບລູ່ ຮູ້ແລ້ວຈະຂົນລຸກ

ອາຖັນຂົວປາກເຊ ບໍ່ຮູ້ຢ່າລົບລູ່ ຮູ້ແລ້ວຈະຂົນລຸກ

April 29, 2023 Off By FC

ອີງຕາມຂໍ້ມູນຈາກ ເພຈຮວງຈຸ້ຍຜັງເມືອງວິທະຍາ ວິເຄາະວ່າ ຕາມຜັງທິວທັດທຳມະຊາດຂອງພູມີສັນຖານດ້ານຮ່ວງຈຸ້ຍຜັງເມືອງວິທະຍາຂອງຂົວປາກເຊແລ້ວ ໃຫ້ທ່ານສັງເກດຈາກຝາກເບື້ອງນັ້ນກັບມາຍັງຕົວເມືອງປາກເຊ ທ່ານຈະເຫັນສົ້ນຂົວນໍ້າຂອງປາກເຊໄປຕຳໃສ່ກັບຕີນພູ ທີ່ມີລັກສະນະຄ້າຍກັບ ຮ່າງມະນຸດກຳລັງລອຍຟູຢ່າງສະຫງົບນີ້ງເທີງຜິວນໍ້າ ຢ່າງໂດດດ່ຽວ ເຊີ່ງສັນພູເບື້ອງຕົ້ນນໍ້າ ຈະມີລັກສະນະຄ້າຍກັບຫົວມະນຸດ ທີ່ປ່ອຍຜົມລອຍຟູເທີງຜິວບືງ ສ່ວນດ້ານຄ້າງຂອງພູທີ່ເບີ່ງເຫັນຈາກຝາກນີ້ ຈະມີລັກສະນະຄ້າຍກັບແຂນມະນຸດທີ່ແນບນີ້ງກັບລຳຄີງ ສ່ວນປາຍຕີນຈະຕົງກັບສົ້ນຂົວທີ່ພຸ່ງເຂົ້າຕຳໃສ່.

.
ຈາກພາບທິວທັດລັກສະນະດັ່ງກ່າວ ຫາກອີງໃສ່ຫຼັກການວິຊາການດ້ານຮ່ວງຈຸ້ຍຜັງເມືອງວິທະຍາແລ້ວ ມັນມີຄວາມໝາຍວ່າ: ຂົວດັ່ງກ່າວຈະເປັນຈຸດຈູງໃຈດຶງດູດ ໃຫ້ຄົນທີ່ກຳລັງສີ້ນຫວັງໃນຊີວິດ ມາເລືອກໜີຈົບບັນຫາທີ່ແຫ່ງນີ້ ແລະຄົນເຫຼົ່ານັ້ນຈະເໝືອນວ່າ ການຈົບຊີວິດທີ່ນີ້ຄືທາງດຽວທີ່ຄິດອອກໃນຕອນນັ້ນ.

.
ທີ່ກ່າວມານັ້ນແຫຼະ! ເປັນສາເຫດ ເຊີ່ງທາງສາສະໜາຈະບໍ່ສາມາດມີພິທີອັນໃດໆ ທີ່ຈະມາແກ້ໄດ້ ເຖີງຈະໄດ້ກໍ່ພຽງຊົ່ວຄາວ ເນື່ອງຈາກພະລັງງານກະແສນໍ້າໄຫຼຖັ່ງຂອງແມ່ນໍ້າຂອງແຮງເກີນຕ້ານໃນເຊີງພະລັງຈິດ ທີ່ຈະຢຶດໜ່ຽວໃຫ້ນີ້ງໄດ້.

.
ວິທີແກ້: ຢ່າລືມວ່າ ວັກຊິນປ້ອງກັນພະຍາດແມ່ນຜະລິດຈາກກະໂຕພະຍາດທີ່ເກີດເອງ ຢາປົວພະຍາດກໍ່ແມ່ນເອົາກະໂຕພະຍາດຂ້າພະຍາດດ້ວຍຕົວອື່ນ ຜີດງູເຫົ່າ ແກ້ດ້ວຍຜິດມົດສົ້ມກັດ ດັ່ງນັ້ນການແກ້ #ອາຖັນ ຂົວປາກເຊ ມັນຈີ່ງເປັນເລື່ອງຜັງເມືອງ ຕ້ອງແກ້ຜັງເມືອງ ເຊີ່ງມີວິທີແນະແນວດັ່ງນີ້:

.
ກໍ່ສ້າງແລະຕັ້ງຊື່ສະຖານທີ່ທ່ອງທ່ຽວໃໝ່ໃສ່ເທີງພູດັ່ງກ່າວວ່າ “Happy Land“ ແບບທີ່ດານັ່ງ ສສ ຫວຽດນາມ ກໍ່ຈົບເລື່ອງອາຖັນທີ່ເຄີຍເກີດໃຫ້ກາຍເປັນ ເລື່ອງທ່ຽວຢ່າງອາໄລອາວອນ ຄິດຮອດຄິດເຖີງ ດ້ານວິຖີຊີວິດກໍ່ມີແຕ່ຢາກຈະແຂ່ງຂັນກັນສ້າງຊີວິດທີ່ດີ ແລະນັກທ່ອງທ່ຽວຈະມາແລ້ວມາອີກໆ ມາເລື້ອຍໆ.
ຫາກເຮັດໄດ້ແບບນີ້ ແກ້ໄດ້ 100 % ແລະປາກເຊຈະມີລາຍໄດ້ມະຮືມາຂື້ນເພີ່ມແນ່ນອນ.