
ຕໍ່ໄປ ຈະຂຶ້ນລົງລົດເມ ແມ່ນຕາມປ້າຍເທົ່ານັ້ນເດີ້ ຄັກບໍ່ ?
April 21, 2023ຂ່າວດ່ວນ! ຕໍ່ໄປລົດເມ ບໍ່ຈອດຮັບ-ສົງຜູ້ໂດຍສານກາງທາງ ຈະຈອດຕາມປ້າຍລົດເມສາຍເທົ່ານັ້ນ
ທ່ານຜູ້ຊົມ ຢູ່ປະເທດເຮົາຫຼາຍປີມານີ້ທາງພາກລັດ ແລະຕ່າງປະເທດ ໂດຍສະເພາະແມ່ນລັດຖະບານຍີ່ປຸ່ນແມ່ນໄດ້ໃຫ້ການຊ່ວຍເຫຼືອສ້າງບ່ອນນັ່ງລໍຖ້າລົດເມໂດຍສານ ຈຸດນັ້ນໆສ້າງຂຶ້ນມາເພື່ອເປັນບ່ອນລໍຖ້າຂຶ້ນ ແລະລົງລົດເມໂດຍສະເພາະ ແຕ່ສ່ວນໃຫຍ່ມັກຈະໃຊ້ເປັນບ່ອນຫຼົບແດດຫຼົບຝົນຫຼາຍກວ່າ.
ແນວໃດກໍ່ຕາມ ຖືວ່າເປັນຂ່າວທີ່ໜ້າຕື່ນເຕັ້ນຫຼາຍ ເພາະທາງນະຄອນຫຼວງປະກາດຈະໃຫ້ບັນດາລົດເມໂດຍສານປະຕິບັດການຈອດຕາມປ້າຍຈຸດທີ່ກຳນົດໃຫ້ ເລີ່ມແຕ່ວັນທີ 1 ພຶດສະພາ 2023 ນີ້ເປັນຕົ້ນໄປ.
ໃນເບື້ອງຕົ້ນແມ່ນຈະໃຫ້ລົດເມສາຍ 29 ຕະຫຼາດເຊົ້າ-ດົງໂດກ ເປັນສາຍທາງເລີ່ມແລກແຮກໝານກ່ອນ ຫຼັງຈາກນັ້ນຈິ່ງຂະຫຍາຍໄປເສັ້ນທາງອື່ນ.
ຕາມຂໍ້ມູນຈາກທາງລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 1 ພຶດສະພາເປັນຕົ້ນໄປ ໃຫ້ຜູ້ໂດຍສານທີ່ຈະຂຶ້ນລົດເມລໍຖ້າຕາມຈຸດປ້າຍຈອດລົດເມສໍາລັບ ສາຍ 29 ດົງໂດກ ໄດ້ເລີຍ ພ້ອມດຽວກັນນີ້ ກໍ່ຍັງເນັ້ນອີກວ່າລົດຈະບໍ່ຈອດຮັບ-ສົງຜູ້ໂດຍສານກາງທາງ ແບບທີ່ເຫັນຜ່ານມາອີກຕໍ່ໄປ
ການຂຶ້ນ-ລົງລົດຕາມປ້າຍເປັນການສ້າງນິໄສໃຫ້ເປັນລະບົບລະບຽບ ແລະມີຄວາມອົດທົນ ຈາກບົດຮຽນຫຼາຍປະເທດທີ່ມີລະບົບການຂົນສົ່ງທີ່ດີ ຜູ້ທີ່ມີຈຸດປະສົງຈະໃຊ້ບໍລິສັດລົດເມສາທາລະນະຕ້ອງຍ່າງໄປຫາປ້າຍຈອດລົດເທົ່ານັ້ນ ບໍ່ວ່າປ້າຍຈະຢູ່ໄກຈັກແມັດກໍ່ຕາມ ແລະເວລາລົງກໍ່ລົງຕາມປ້າຍ ຈິ່ງໄປຕໍ່ໃນຈຸດໝາຍທີ່ຢາກໄປ ຫວັງວ່າຈະເຫັນການຂົນສົ່ງແບບນັ້ນໃນບ້ານເຮົາໄວໆນີ້.