
ທີ່ນີ້ທີ່ດຽວ ອັນເຊີນປູເຍີຍ່າເຍີ “ຕັກນໍ້າທ່ຽງ” ມື້ບຸນປີໃໝ່ລາວ ຫຼວງພະບາງ (ຄຣິບ) ສາທຸໆ
April 14, 2023LAONEWYEAR ພິທີອັນເຊີນ ປູເຍີ ຍ່າເຢີ ອອກຈາກຮີບ ເພື່ອໄປຕັກນໍ້າທ່ຽງ ກຽມໄວ້ສົງພຣະບາງ
ເອກກະລັກໜຶ່ງ ຂອງບຸນປີໃໝ່ລາວ ທີ່ຫຼວງພະບາງ ຈະມີພິທີອັນເຊີນ ປູເຍີ ຍ່າເຢີ ອອກຈາກຮີບ ປີນີ້ແມ່ນ ໃນວັນທີ 14 ເມສາ 2023 ເພື່ອໄປຕັກນໍ້າທ່ຽງ ກຽມໄວ້ສົງພຣະບາງ ໃນຕອນເຊົ້າວັນທີ 17 ເມສາ 2023
ແຊເກັບໄວ້ເປັນບຸນທີ່ໄດ້ເຫັນ ແລະ ໄດ້ມາ ລາຍລະອຽດປະຫວັດ ຖ້າຕິດຕາມຄຣິບເຕັມໄດ້
ຄຣິບ
ຄຳວ່າ ນຳ້ທ່ຽງ ແມ່ນນຳ້ທີ່ບໍລິສຸດຜຸດຜ່ອງທີ່ເປັນນຳ້ອອກບໍ່ ຫລື ນຳ້ຫີນຍ້ອຍ ເຊີ່ງເປັນນຳ້ທີ່ທ່ຽງທັມຕໍ່ວັນໃນສັງກາດ ເປັນນຳ້ທີ່ຕ້ອງໄດ້ເອົາໃນມື້ຕາມຈັນທະລະຄະຕິ ທີ່ມີການໄລ່ ລະຫວ່າງດວງອາທິດແລະ ດວງເດືອນ ທ່ຽງຕົງ ຕໍ່ກັນ ເພີ່ນຈື່ງເອີ້ນວ່າ ນຳ້ທ່ຽງ
ສ່ວນການໃຊ້ຄຳວ່າ ນຳ້ ກໍຈະເຮັດໃຫ້ຕີໄປຫລາຍຄວາມ ເຊັ່ນ ນຳ້ກິນ ນຳ້ໃຊ້ ນຳ້ຫ້ວຍ ນຳ້ລ້າງ