
ສາທຸນໍາ ຄູ່ຜົວເມຍສາຍບຸນ ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ມາເຮັດບຸນຢູ່ລາວອີກແລ້ວ
November 8, 2022ຖືວ່າເປັນຄູ່ຜົວເມຍສາຍບຸນອີຫຼີ ສຳລັບ ນຸ້ຍ ສິຈິລາ ດາລານັກສະແດງຊື່ດັງຂອງໄທ ແລະ ສາມີ ຊະຍະພົນ ເຊິ່ງເຮົາມັກຈະເຫັນທັງຄູ່ມັກເຮັດບຸນໂດຍຕະຫຼອດ
.
ລ່າສຸດ ມື້ວານນີ້ 6 ພະຈິກ 2022 ທັງສອງ ແລະ ຄອບຄົວ ກໍໄດ້ເດີນທາງມາ ເຮັດບຸນໃຫຍ່ແຫ່ກະຖິ່ນ ທີ່ວັດສິນໄຊຍາຣາມ ບ້ານໂນນຫິນແຮ່ ເມືອງເຟືອງ ແຂວງວຽງຈັນ ປະເທດລາວເຮົາ ເຊິ່ງເປັນການມາຄັ້ງທີ່2 ຂອງທັງສອງຄົນ
.
ວັດສິນໄຊ ໄຊຍະຣາມ ທີ່ຕັ້ງຢູ່ ບ້ານໂນນຫິນແຮ່ ເມືອງເຟືອງ ແຂວງວຽງຈັນ ຖືວ່າເປັນອີກວັດໜຶ່ງທີ່ທີ່ມີຊື່ສຽງໂດ່ງດັງ ງົດງາມ ແລະສັກສິດຫຼາຍ ເຊິ່ງປະຊາຊົນຊາວເມືອງເຟືອງເອງກໍເຊື່ອວ່າຫາກໃຜທີ່ໄດ້ໄປຮອດໄປເຖິງແມ່ນຈະມີບຸນວາດສະໜາສູງ ແລະບໍ່ວ່າຈະເປັນປະຊາຊົນລາວ ແລະ ຕ່າງປະເທດກໍ່ພາກັນນິຍົມມາຂໍພອບ ແລະ ກາບໄຫ້ວ
ຈາກ kuanjai