
ອ້ອຍ ນໍ້າອ້ອຍ ສັບພະຄຸນພ້ຽບ ບໍາລຸງເຮັດໃຫ້ຮ່າງກາຍບໍ່ອ່ອນເພຍ, ແກ້ຊໍ້າໃນ …
April 7, 2023ອ້ອຍເປັນໄມ້ລົ້ມລຸກ ຫຼື ເປັນພືດຕະກຸນຫຍ້າ ສູງ 2-5 ມ. ແຕກກໍ່ແໜ້ນ, ລໍາຕົ້ນເປັນຂໍ້ ແລະ ປ້ອງສີມ່ວງແດງ ຫຼື ມີໄຂສີຂາວປົກຄຸມ ສາມາດກິນໄດ້ທັງລໍາ ແລະ ນໍ້າຂອງມັນ ນອກຈາກນັ້ນກໍຍັງມີປະໂຍຫດຕ່ຮ່າງກ່າຍຂອງເຮົາອີກ
ຄຸນປະໂຫຍດຂອງອ້ອຍ
1 ອ້ອຍມີຄຸນປະໂຫຍດ ບໍາລຸງເຮັດໃຫ້ຮ່າງກາຍບໍ່ອ່ອນເພຍ
2 ອ້ອຍອຸດົມໄປດ້ວຍແຮ່ທາດສໍາຄັນຕໍ່ຮ່າງກາຍເຊັ່ນທາດເຫຼັກ ຊຶ່ງມີຫນ້າທີ່ຊ່ວຍປ້ອງກັນ ແລະ ປິ່ນປົວພະຍາດໂລຫິດຈາງທີ່ມີສາເຫດມາຈາກ ການຂາດທາດເຫຼັກ ຊ່ວຍບໍາລຸງເລືອດ ລວມທັງເສີມສ້າງການຈະເລີນເຕີບໂຕຂອງຮ່າງກາຍໃຫ້ເປັນປົກກະຕິ
3 ຊ່ວຍຫຼຸດການເກີດແຂ້ວແມງໄດ້ ເພາະສ່ວນປະກອບຂອງນໍ້າຕານຊູໂຄຣສທີ່ມີໃນອ້ອຍມີຄ່າດັຊນີຂອງນໍ້າຕານຕໍ່າ ແລະ ຍັງເຫມາະກັບຄົນທີ່ເປັນເບົາຫວານ ກໍສາມາດກິນອ້ອຍໄດ້
4 ຄຸນປະໂຫຍດຊ່ວຍບັນເທົາອາການໄອ ເພາະນໍ້າອ້ອຍມີລິດເຢັນ ແລະ ຊຸ່ມຄໍ ແກ້ອາການຄໍແຫ້ງ ແລະ ຫິວນໍ້າ
5 ອ້ອຍມີລິດໃນການການແກ້ອາການທ້ອງຜູກ ( ຖ່າຍຍາກ ) ເຮັດໃຫ້ລໍາໄສ້ສາມາດຂັບຖ່າຍອາຈົມໄດ້ສະດວກຂຶ້ນ ໃຊ້ເປັນຢາປິ່ນປົວພະຍາດ ກະເພາະອາຫານອັກເສບຊໍາເຮື້ອ ແລະ ຊ່ວຍບໍາລຸງກະເພາະອາຫານ
6 ເປັນແຫຼ່ງລວມຂອງສານຕ້ານອະນຸມຸນອິດສະລະອີກແຫຼ່ງຫນຶ່ງທີ່ຫນ້າສົນໃຈຫຼາຍ ເພາະມີຢູ່ຫຼາກຫຼາຍຊະນິດ ຊຶ່ງຊ່ວຍເຮັດໃຫ້ຮ່າງກາຍມີ ປະສິດທິພາບຫຼາຍພໍຈະຕໍ່ສູ້ກັບພະຍາດ ແລະ ປົກປ້ອງຮ່າງກາຍຈາກມົນລພິດ ແລະ ສານເຄມີທີ່ເປັນອັນຕະລາຍ ແລະ ສົ່ງຜົນໃຫ້ອະໄວຍະວະ ຕ່າງໆຂອງຮ່າງກາຍທັງພາຍໃນ ແລະນອກບໍ່ເສື່ອມສະພາບໄວ
7 ຊ່ວຍຢັບຢັ້ງບໍ່ໃຫ້ເຊວມະເຮັງແພ່ກະຈາຍໄດ້ໂດຍງ່າຍ ແລະ ມີຄຸນສົມບັດຕໍ່ຕ້ານອະນຸມຸນອິດສະລະລວມເຖິງເຊວມະເຮັງຕ່າງໆ
8 ມີປະໂຫຍດຕໍ່ຜູ້ຍິງ ໂດຍສະເພາະຊ່ວງທີ່ມີປະຈໍາເດືອນ ແລະສາມາດບັນເທົາອາການເຈັບທ້ອງປະຈໍາເດືອນ ແລະ ຍັງບໍາລຸງໃຫ້ເລືອດປະຈໍາ
ເດືອນມາປົກກະຕິ
9 ຄຸນປະໂຫຍດ ແກ້ອາການຮ້ອນໃນ ຫຼື ແກ້ອາການຊໍ້າໃນ
10 ມີລິດໃນການຂັບປັດສະວະ ຊ່ວຍລ້າງທາງເດີນປັດສະວະ
11 ຊ່ວຍແກ້ອາການພະຍາດໄຂ້ຫວັດ ເພາະໃນອ້ອຍອຸດົມໄປດ້ວຍວິຕາມິນຊີ
12 ອ້ອຍເປັນແຫຼ່ງລວມຂອງສານອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ຊຶ່ງມີທັງສ່ວນປະກອບຂອງນໍ້າຄາຣ໌ໂບໄຮເດຣຕ, ໂປຣຕີນ, ໄຂມັນ, ເກືອ
ແລະວິຕາມິນຫຼາກຫຼາຍ
13 ມີວິຕາມິນບີ 6 ສູງ ຊຶ່ງສາມາດຊ່ວຍເສີມສ້າງພູມຕ້ານທານໃນຮ່າງກາຍໃຫ້ພ້ອມຕໍ່ສູ້ກັບເຊື້ອພະຍາດຕ່າງໆ ທີ່ເຂົ້າສູ້ຮ່າງກາຍ ແລະຍັງປ້ອງກັນ ພະຍາດກ່ຽວກັບລະບົບປະສາດ ແລະ ພະຍາດຜິວຫນັງ
14 ອ້ອຍຊ່ວຍໃຫ້ຮ່າງກາຍສາມາດເຜົາຜານອາຫານປະເພດແປ້ງ,ໄຂມັນ ແລະ ໂປຣຕີນໄດ້ດີຂຶ້ນ
15 ອ້ອຍມີແຮ່ທາດສໍາຄັນ ທີ່ຈະຊ່ວຍບໍາລຸງຜິວພັນ ເບິ່ງແຍງກະດູກ, ເລັບ, ແຂ້ວ ແລະ ເສັ້ນຜົມໃຫ້ແຂງແຮງ.