
ສຸດຍອດ ພະນະ ນາງປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປລາວ, ໄດ້ຮັບ ຫຼຽນກຽດຕິຄຸນ ຈາກລັດຖະບານຍີ່ປຸ່ນ
November 8, 2022ພະນະທ່ານ ນາງປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປລາວ, ໄດ້ຮັບ ຫຼຽນກຽດຕິຄຸນ ໃນລະດູໃບໄມ້ຫຼົ້ນປະຈຳປີ 2022, ຈາກລັດຖະບານຍີ່ປຸ່ນ.
ໃນວັນທີ 3 ພະຈິກ 2022, ລັດຖະບານຍີ່ປຸ່ນໄດ້ປະກາດລາຍຊື່ຊາວຕ່າງປະເທດ ຜູ້ທີ່ໄດ້ຮັບຫຼຽນກຽດຕິຄຸນໃນລະດູໃບໄມ້ຫຼົ່ນປະຈຳປີ 2022. ແລະ ພະນະທ່ານ ນາງ ປານີ ຢາທໍ່ຕູ້ , ຮອງປະທານປະເທດແຫ່ງ ສປປລາວ, ກໍໄດ້ຮັບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ I ດ້ວຍຜົນງານການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ມິດຕະພາບອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ, ຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ I ເປັນຫຼຽນອັນຊົງກຽດຂອງປະເທດຍີ່ປຸ່ນ ທີ່ມອບໃຫ້ແກ່ບຸກຄົນຜູ້ທີ່ມີການປະກອບສ່ວນຢ່າງພົ້ນເດັ່ນໃນການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍ.
ໃນໄລຍະທີ່ດຳລົງຕຳແໜ່ງປະທານສະພາແຫ່ງຊາດ (2010-2021), ພະນະທ່ານໄດ້ມີສ່ວນຮ່ວມສໍາຄັນໃນການພັດທະນາສາຍພົວພັນສອງຝ່າຍ ຜ່ານການຮ່ວມມືຢ່າງກວ້າງຂວາງກັບປະເທດຍີ່ປຸ່ນ, ພະນະທ່ານມີບົດບາດສຳຄັນໃນການແລກປ່ຽນຢ້ຽມຢາມລະຫວ່າງລັດຖະສະພາທັງສອງຝ່າຍ ໂດຍເພິ່ນໄດ້ໄປຢ້ຽມຢາມຍີ່ປຸ່ນເຖິງ 3 ຄັ້ງ ແລະ ເປັນເຈົ້າພາບຕ້ອນຮັບການມາຢ້ຽມຢາມລາວ ຂອງ ຄະນະລັດຖະສະພາຍີ່ປຸ່ນ,
ນອກນັ້ນ ພະນະທ່ານຍັງໄດ້ນໍາພາ ແລະ ສົ່ງເສີມໂຄງການຮ່ວມມືຍີ່ປຸ່ນ-ລາວ ໃນຫຼາກຫຼາຍຂະແໜງການ ອີກດ້ວຍ. ປີ 2012 ຂໍ້ຕົກລົງເພື່ອລິເລີ່ມການຮ່ວມມືດ້ານປະມວນກົດໝາຍແພ່ງຂອງລາວ ກໍໄດ້ຮັບການລົງນາມໂດຍ ພະນະທ່ານ ນາງ ປານີ ແລະ ພະນະທ່ານ ທາກິ, ລັດຖະມົນຕີກະຊວງຍຸຕິທໍາຍີ່ປຸ່ນ ໃນລະຫວ່າງການມາຢ້ຽມຢາມ ສປປ ລາວ ຂອງເພິ່ນ, ປະມວນກົດໝາຍແພ່ງສະບັບດັ່ງກ່າວ ຖືວ່າເປັນການຮ່ວມມືຂັ້ນສູງສຸດທາງດ້ານນິຕິກຳລະຫວ່າງສອງປະເທດ, ເຊິ່ງກົດໝາຍແພ່ງລາວ ສະບັບປີ 2018 ກໍ່ໄດ້ຮັບການອະນຸມັດ ໂດຍ ພະນະທ່ານ ນາງ ປານີ ໃນຖານະປະທານສະພາແຫ່ງຊາດ ເຊັ່ນກັນ.
ປີ 2015 ພະນະທ່ານ ໄດ້ເຂົ້າຮ່ວມກອງປະຊຸມ “WAW 2015” ທີ່ຍີ່ປຸ່ນ ເຊິ່ງເປັນກອງປະຊຸມສາກົນກ່ຽວກັບການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ. ໃນນາມຜູ້ຍິງຕົວແທນຂອງປະເທດລາວ, ພະນະທ່ານ ໄດ້ສະແດງການສະໜັບສະໜູນຢ່າງເຂັ້ມແຂງເພື່ອຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມຂອງແມ່ຍິງ,
ເຊິ່ງຖືວ່າເປັນໜຶ່ງໃນວຽກງານບູລິມະສິດທີ່ຍີ່ປຸ່ນໃຫ້ຄວາມສຳຄັນສູງສຸດ, ທ່ານຍັງໄດ້ສະແດງເຈດຈຳນົງທີ່ຈະຮ່ວມມືກັບຍີ່ປຸ່ນ ເພື່ອສື່ສານບັນດາບູລິມະສິດເຫຼົ່ານີ້ອອກໄປສູ່ສັງຄົມສາກົນ. ໃນໄລຍະການຢ້ຽມຢາມ, ພະນະທ່ານ ນາງ ປານີ ໄດ້ພົບກັບຜູ້ນຳຍີ່ປຸ່ນຫຼາຍທ່ານ ເຊັ່ນ: ນາຍົກລັດຖະມົນຕີ ພະນະທ່ານ ອາເບະ ຊິນໂຊ, ປະທານລັດຖະສະພາ ແລະ ປະທານສະພາຜູ້ແທນລາສະດອນຂອງຍີ່ປຸ່ນ, ພ້ອມນັ້ນ ກໍ່ໄດ້ມີໂອກາດພົບກັບສະມາຊິກສະພາຍິງ ຜູ້ທີ່ເປັນໜຶ່ງໃນຄະນະມິດຕະພາບລັດຖະສະພາຍີ່ປຸ່ນ-ລາວ ອີກດ້ວຍ, ນອກຈາກການຊຸກຍູ້ສົ່ງເສີມສາຍພົວພັນສອງຝ່າຍ ທາງດ້ານການເມືອງ ແລະ ການທູດແລ້ວ, ພະນະທ່ານຍັງຊຸກຍູ້ການແລກປ່ຽນສ່ວນບຸກຄົນລະຫວ່າງການນຳແມ່ຍິງ ຂອງສອງປະເທດ.
ໃນນາມຮອງປະທານປະເທດ ແຫ່ງ ສປປ ລາວ, ພະນະທ່ານ ກໍສືບຕໍ່ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ສາຍພົວພັນສອງຝ່າຍ ຍີ່ປຸ່ນ ແລະ ລາວ. ໃນເດືອນສິງຫາ 2021, ພະນະທ່ານໄດ້ເຂົ້າຮ່ວມພິທີມອບວັກແຊັງເພື່ອສົ່ງເສີມມາດຕະການຕ້ານການລະບາດຂອງພະຍາດໂຄວິດ-19 ທີ່ສະໜອງໂດຍປະເທດຍີ່ປຸ່ນ,
ພະນະທ່ານໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການປະກອບສ່ວນ ຂອງລັດຖະບານຍີ່ປຸ່ນ ເຊິ່ງສະແດງອອກເຖິງສາຍພົວພັນມິດຕະພາບອັນດີງາມ ລະຫວ່າງສອງປະເທດ.
ພວກເຮົາຫວັງວ່າຈະໄດ້ເຫັນການປະກອບສ່ວນຂອງພະນະທ່ານ ນາງ ປານີ ຢາທໍ່ຕູ້ ແລະ ບົດບາດທີ່ຫ້າວຫັນຢ່າງຕໍ່ເນື່ອງ ໃນການຊຸກຍູ້ສົ່ງເສີມການຮ່ວມມືຢ່າງສະໜິດແໜ້ນ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ຍີ່ປຸ່ນ ແລະ ລາວ ຕໍ່ໄປ.
ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ