
“ເລິ່ງເຄິ່ງ” 1 ໃນທີ່ມາ ຂອງ ມຸງກຸດນາງສັງຂານຫຼວງພະບາງ ຕາມການເລົ່າຂານ ແມ່ຍິງສູງສັກຈະໄດ້ສວມໃສ່
April 5, 2023ທ່ານເຄີຍສັງເກດບໍວ່າ ການປະກວດນາງສັງຂານທຸກປີນັ້ນ ຫຼວງພະບາງຈະມີມຸງກຸດທີ່ບໍ່ຄືໃຜ ເພາະເພິ່ນຍັງຮັກສາວັດທະນະທຳອັນເກົ່າແກ່ຂອງລາວໃນເມື່ອກ່ອນມາປະດັບສາວງາມຜູ້ເປັນໜຶ່ງ ເຊິ່ງຜູ້ໄດ້ຖືຄອງມຸງກຸດໜ່ວຍນັ້ນໝາຍຄວາມວ່າເປັນສະຕີຜູ້ສູງສັັກ.
ສຳລັບມຸງກຸດທີ່ວ່ານີ້ ພາສາພື້ນບ້ານເອີ້ນກັນວ່າ “ຄວ້ານໝໍ້ ຫຼື ເລິ່ງເຄິ່ງ ເປັນມຸງກຸດສະຕຼີ ສະໄໝລາວລ້ານຊ້າງ ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ສປປລາວ.”
ຄວ້ານໝໍ້ ເປັນຊື່ທາງການ ສ່ວນຊາວບ້ານທົ່ວໄປເອິ້ນວ່າ ເລິ່ງເຄິ່ງ, ເປັນມຸງກຸດຜ້າ ເພື່ອໄປປະດັບໃສ່ຫົວຂອງສະຕຼີລາວລ້ານຊ້າງ ເຮັດດ້ວຍຜ້າໄຫມທີ່ດີທີ່ສຸດສີແດງ ຫຍິບເປັນວົງມົນ ສ່ວນກາງນັ້ນຈະປະດັບດ້ວຍແຜ່ນຄຳທີ່ຕີເປັນດອກໄມ້ ຫຼື ສັດໃນວັນນະຄະດີ ແລະ ຫຍິບແຊ່ວດອກດວງຕ່າງໆ ສ່ວນຂອບທາງລຸ່ມ ແລະ ເທິງ ແມ່ນເພິ່ນຈະຫັກກີບດອກເກສອນຂອງດອກຮັກສົດສີຂາວມາປະດັບ ແລະ ຫຍິບເປັນວົງຮອບຂອງເລິ່ງເຄິ່ງ.
ໃນສະໄຫມກ່ອນ “ເລິ່ງເຄິ່ງ” ເປັນເຄື່ອງປະດັບຊັ້ນສູງບັນດາສະຕຼີທີ່ສູງສັກ ໂດຍມັກຈະເຫັນບັນດາເຈົ້າຍິງ ແລະ ບັນດາເຈົ້ານາຍທີ່ສູງສັກທັງຫລາຍ ສວມໃສ່ໃນຕອນທີ່ມີພຣະຣາຊພິທີອະພິເສກ ຫຼື ງານແຕ່ງດອງເທົ່ານັ້ນ.
ພາຍໃນພິທີສຳຄັນອັນໜຶ່ງຂອງບຸນປີໃຫມ່ລາວ ຢູ່ທີ່ຫລວງພຣະບາງ ຜູ້ຖືກຄັດເລືອກໃຫ້ເປັນນາງສັງຂານ ແລະ ເປັນຕົວແທນຂອງລູກສາວກະບິນລະພົມ ເພື່ອແຫ່ຫົວຂອງພໍ່ໄປຫົດສົງນັ້ນ ຈະຕ້ອງສວມໃສ່ຄວ້ານໝໍ້ ຫຼື ເລິ່ງເຄິ່ງທີ່ເປັນເອກະລັກ ແລະ ເປັນຜູ້ທີ່ງົດງາມທີ່ສຸດໃນການໄດ້ຮັບຕຳແໜ່ງນາງສັງຂານໃນປີນັ້ນໆ.
ການນຳໃຊ້ ຄວ້ານໝໍ້ ຫຼື ເລິ່ງເຄິ່ງ ໃນຍຸກຕົ້ນຂອງການແຫ່ນາງສັງຂານແມ່ນປີ ຄສ 1975 ນາງສາວປາຖະໜາ ບຸບຜາ ເປັນນາງສັງຂານ ເຊິ່ງອາດຖືວ່າເປັນຜູ້ທຳອິດທີ່ສວມໃສ່ ເລິ່ງເຄິ່ງ ໃນການແຫ່ເປັນນາງສັງຂານ. ແລະນັບແຕ່ປີ 1980 ເປັນຕົ້ນມານາງສັງຂານ ກໍ່ນຳໃຊ້ເຄິ່ງເລິ່ງເປັນມຸງກຸດ ແຫ່ງນາງສັງຂານຫລວງພຣະບາງຈົນເຖິງປະຈຸບັນນີ້.
ຄວ້ານໝໍ້ ແມ່ນພາສາລາວເຮົາ ໃນລະດັບປະຊາຊົນຮ້ອງ “ຄວານໝໍ້” ແມ່ນອຸປະກອນຫນຶ່ງທີ່ຊາວບ້ານຈະເຮັດໄວ້ຮອງກົ້ນໄຫ ຮອງຫມໍ້ນຶ້ງເຂົ້າ ຢູ່ໜ້າຄີໄຟ ແລະ ໃນຍາມເວລາເພິ່ນຄຳຫໍ (ບູຊາຜີບ້ານ ຜີເມືອງທີ່ປົກປັກຮັກສາ) ເພື່ອກໍ່ຈະເອົາດອກໄມ້ ຄືດອກສີສຸກ ດອກເຂັມ ຫຼື ດອກຄຳພະມ້າ ມາເຮັດໂຄ້ງໆ ຄ້າຍຄືຄວານໝໍ້ ເຮັດເປັນມຸງກຸດດອກໄມ້ ເພື່ອສວມໃສ່ຫົວ ທີ່ນັ່ງ (ຜູ້ຊົງ) ເຊິ່ງໝາຍເຖິງຖວາຍແຕ່ລະອົງທີ່ສະເດັດລົງມາເຂົ້າຊົງ.
ຕໍ່ມາຄວານໝໍ້ໄດ້ມີການພັດທະນາ ມາເຖິງຂັ້ນຣາຊສຳນັກ ເຈົ້ານາຍທັງຫລາຍ ເມື່ອກ່ອນໃຜຈະເປັນເຈົ້າສາວຈະເຮັດເອງ ໂດຍຈະຕ້ອງຮ້ອຍ ດອກຮັກ ດອກພິກຸນ ແລະ ດອກຄຳ ທີ່ຕີໃສ່ແລ້ວແຊ່ວໃສ່ດິ້ງຄຳອີກ ແລ້ວພາກັນເອິ້ນວ່າ “ເລິ່ງເຄິ່ງ” ຈົນທຸກມື້ນີ້.