
ຊື້ 3 ຂອງຂວັນນີ້ ມອບໃຫ້ໂຕເອງ ໃນມື້ເງິນເດືອນອອກ ຈະເຮັດໃຫ້ລວຍຂຶ້ນ
March 29, 2023ໄປເຈີຄຣິບໜຶ່ງໃນຕິກຕ໋ອກຂອງຄູເງາະທີ່ເຮັດຄອນເທັນນີ້ໄວ້ວ່າ ໃຫ້ມອບ 3 ຂອງຂວັນ ໃຫ້ໂຕເອງ ໃນມື້ເງິນເດືອນອອກ ຈະເຮັດໃຫ້ລວຍຂຶ້ນ
ໂດຍບອກວ່າ ເມື່ອໄດ້ເງິນເດືອນມາຄວນແບ່ງເປັນ 3 ສ່ວນ ຄື ແບ່ງສ່ວນທີ່ຈໍາເປັນຕ້ອງໃຊ້ທຸກເດືອນໄວ້ກ່ອນ, ສ່ວນທີ່ເປັນເງິນເກັບແບ່ງໄວ້ ແລ້ວເອົາສ່ວນນີ້ມາແບ່ງລົງກ້ອນທໍາອິກຄື
1 ກ້ອນທີ່ໃຊ້ຈ່າຍຟຸ້ມເຟືອຍ ເພາະຈະເຮັດໃຫ້ເຮົາຮູ້ວ່າເຮົາຕ້ອງມີເງິນສ່ວນນີ້ຢູ່ ເພາະເຊື່ອແນ່ວ່າທຸກຄົນຕ້ອງໃຊ້ຈ່າຍກັບຂອງທີ່ອາດບໍ່ຈໍາເປັນເລີຍ ແຕ່ມັນດີຕໍ່ໃຈ ແລະ ເຮັດໃຫ້ເຮົາຄິດວ່າເຮົາມີຫຼາຍພໍ ເຮົາຕ້ອງຫາໃຫ້ມີສ່ວນນີ້ ແຕ່ເຮົາກໍແບ່ງອອກຈາກ ເງິນເກັບ ແລະ ເງິິນຈໍາເປັນແລ້ວ ແລະ ມີງົບຕາມນັ້ນ ແຕ່ຫ້າມກາຍ ຫຼື ຕິບລົບເດີ້ 55
2 ເງິນເຮັດບຸນ ອັນນີ້ແບ່ງໄວ້ເພື່ອເຮົາມີການງານ ຫຼື ບຸນນັ້ນນີ້ ຄົນທີ່ມີເງິນເຮັດບຸນຄືຄົນທີ່ບອກໂຕເອງວ່າເຮົາເຫຼືອເພືອ ເຮົາມີຫຼາຍພໍ ທີ່ຈະໃຫ້ ທີ່ຈະຊ່ວຍເຫຼືອເກືອກຸນກັນ
3 ເຮົາຕ້ອງເອົາເງິນໄປລົງທຶນໃນການຮຽນ, ຮຽນຫຍັງກໍໄດ້ເພື່ອພັດທະນາຕົນເອງ ເສີມທັກສະຂອງເຮົາ ຄວາມຮູ້ຄວາມສາມາດເຮົາ ຍິ່ງຮູ້ແລະມີຄວາມເກັ່ງຫຼາຍຂຶ້ນ ວຽກງານກໍຈະຕາມມາ ແລະ ນໍາເງິນຄໍາມາໃຫ້ເຮົານໍາເຊັ່ນກັນ