ສາທຸນໍາ ປາເຢັງຊາລໍ່ ຖວາຍປັດໄຈ 12,400,000 ກີບ ສົມທົບທຶນສ້າງສິມ ວັດພູກະດີ ພູເຂົາຄວາຍ ເນື່ອງໃນວັນເກີດ

ສາທຸນໍາ ປາເຢັງຊາລໍ່ ຖວາຍປັດໄຈ 12,400,000 ກີບ ສົມທົບທຶນສ້າງສິມ ວັດພູກະດີ ພູເຂົາຄວາຍ ເນື່ອງໃນວັນເກີດ

March 27, 2023 Off By FC

ສຸກສັນວັນເກີດຍ້ອນຫຼັງກໍແລ້ວກັນ ໍາລັບສາວງາມ ຄົນເກັ່ງຢ່າງ ປາເຢັ່ງຊາລໍ ມິສຢູນິເວີສລາວ 2022 ແລະ ທ໋ອບ 16 ມິສຢູນິເວີດ 2022 ທີ່ໃນວັນທີ 26 ມີນາ 2023 ເປັນວັນຄ້າຍວັນເກີດ ຄົບຮອບ 22 ປີ ບໍລິບູນຂອງເພິ່ນ ເຊິ່ງແຟນໆ ໝູ່ເພື່ອນຕ່າງເຂົ້າມາອວຍພອນ

ແລະ ຫຼ້າສຸດ ປາເຢັ່ງຊາລໍໄດ້ໂພສວ່າ ຜ່ານ Payengxa Lor ໂພສວ່າ ເນື່ອງໃນວັນເກີດຄົບຮອບ 22 ປີຂອງຂ້າພະເຈົ້າ ຂໍຕາງໜ້າຖວາຍປັດໄຈ (ຈຳນວນເງິນ 12,400,000 ກີບ)

ເພື່ອສົມທົບທຶນສ້າງສິມ ວັດພູກະດີ (ພູເຂົາຄວາຍ) ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ເຊິ່ງລາຍໄດ້ທັງໝົດແມ່ນມາຈາກການຈຳໜ່າຍ “ແຫວນ ນາງ ໄອ່ ສະເໜ່ ເມດຕາ ມະຫານິຍົມ” ຈຳນວນ 6 ວົງ.

.


ຂໍຂອບໃຈຜູ້ໃຈບຸນ ທີ່ຖືແຫວນທັງ 6 ທ່ານ ແລະ 1 ທ່ານທີ່ຮ່ວມສົມທົບປັດໄຈ, ຂໍຂອບໃຈ ຮ້ານຄຳ ສີຫອມ ມີສຸກ ທີ່ຜະລິດ ແລະ ຈຳໜາຍແຫວນ ຂໍໃຫ້ທຸກທ່ານຈົ່ງພົບແຕ່ຄວາມສຸກຄວາມຈະເລີນດ້ວຍເຖີດ.

Payengxa Lor