ຕະວັດຕະກໍາໃໝ່ອີກແລ້ວ “ເບຍຜົງ” ແກະໃສ່ນໍ້າລ້າກາຍເປັນເບຍດື່ມ ຄັກສຸດ

ຕະວັດຕະກໍາໃໝ່ອີກແລ້ວ “ເບຍຜົງ” ແກະໃສ່ນໍ້າລ້າກາຍເປັນເບຍດື່ມ ຄັກສຸດ

March 23, 2023 Off By FC

ຖືເປັນທາງເລືອກໃໝ່ ແລະ ຂ່າວທີ່ໜ້າສົນໃຈສຸດ ຄັກສຸດຂ່າວນີ້ຈາກ Ch7HD News ລະບຸວ່າ ໂຮງເບຍໃນປະເທດເຢຍລະມັນ ພັດທະນາ ເບຍຜົງ ຄົນໃສ່ນໍ້າແລ້ວດື່ມໄດ້ເລີຍ ເພື່ອຫຼຸດກາດບອນໄດໄດອອກຊາຍ ຫຼຸດນໍ້າໜັກ ແລະ ການສິ້ນເປືອງເພີງໃນການຂົນສົ່ງ

ວ້າວ ຖືເປັນຂ່າວໃໝ່ ແລະ ນະວັດຕະກໍາໃໝ່ທີ່ເຊື່ອແນ່ວ່າຫຼາຍຄົນຕ້ອງສົງໃຈ ສຸດໝຸດວ່າ ເບຍຈະຜະຫຼິດມາເປັນແບບຜົງ ພຽງແຕ່ຈີີກຊອງແລ້ວຄົນໃສ່ນໍ້າດື່ມ ເປັນອີກທາງເລືອກທີ່ໃຫ້ຜູ້ບໍລິໂພກໄດ້ລອງ ແລະ ສະດວກສະບາຍ ເອົາໄປຫຼາຍໆຊອງ ແລະ ຈັດສົ່ງງ່າຍ

.

ແຕ່ທັງນີ້ ນີ້ເປັນຂ່າວຈາກຕ່າງປະເທດ ທີ່ປະເທດເຢຍລະມັນ ເດີ້ ໂດຍທ່ານ ສະເຕຟານ ຟຣິກເຊ ຜູ້ຈັດການທົ່ວໄປຂອງໂຮງເບຍ Klosterbrauerei Neuzelle ບອກວ່າ ເຮົາສາມາດລຸດການປ່ອຍ ຄຣາບອນດາຍອອກໄຊ໊ຈາກການຂົນສົ່ງໄດ້ ແລະ ຖ້າທົ່ວໂລກເຮັດຄືກັນ ຈະຫຼຸດໄດ້ຢ່າງມະຫາສານ ແລະ ຜົງເບຍຈະເຮັດໃຫ້ນໍ້າ ກະປ່ອງ ລັງ ແລະ ຖັງ, ແກັດເຈ້ຍ ທີ່ເປັນສິ່ງບັນຈຸໃນການຂົນສົ່ງໄໃກໄກ ຫຼື ລະຫວ່າງປະເທດ ແລະກໍຍັງຊ່ວຍຫຼຸດນໍ້າໜັກ ແລະ ການສິ້ນເປືອງເຊື້ອເພີງໃນການຂົນສົ່ງອີກ

ໂດຍພວກເຂົາຕ້ອງການລົດຊາດເບຍທີ່ສົມບູນ ມີຟອງ ແລະລົດຊາດຂອງເບຍ ເຊິ່ງຕ້ອງເຕີມຄາບອນດາຍອອກໄຊ ແລະ ເອວກໍຮໍໃນຮູບແບບຜົງ ຊຶ່ງສາມາດເຮັດໄດ້ທັງໝົດດ້ວຍແປ້ງ ແລະ ພວກເຂົາເຮັດສໍາເລັດ ເຊິ່ງການທົດລອງລົດຊາດຂອງເບຍຄັ້ງທໍາອິດກໍມີແນວໂນ້ມທີ່ດີ ແລະ ວິທີການຊົງ, ຄົນຜຜົງເບຍ 1-2ບ່ວງ ຄົນປະສົມນໍ້າ ແລະ ກຽມຊິມລົດຊາດເບຍບໍ່ວ່າ ເບຍລາເກີ ຫຼື ດາກເບຍ ເຊິ່ງໂຕເລືອກມີຫຼວງຫຼາຍ

ນອກຈາກນີ້ ສໍາລັບຄໍເບຍທີ່ບໍ່ຕ້ອງການແອວກໍຮໍ ພວກເຂົາກໍຍັງມີເບຍຜົງແບບບໍ່ປະສົມແອວກໍຮໍນໍາ ເຊິ່ງຢູ່ໃນຂັ້ນຕອນຂອງການພັດທະນາຢູ່ ຫຼັງຈາກການວິໄຈ 2 ປີ ແລະ ຄາດວ່າຈະມີເກນຜະຫຼິດສູ່ຕະຫຼາດໃນທ້າຍປີ 2566 ນີ້ ກຽມລອງຊິມແລ້ວລະ ເບຍທີ່ເຢຍລະມັນ