ແຕ່ງຕັ້ງ ເພື່ອນມິດຂອງ UNICEF ສປປ ລາວ ຄັ້ງທຳອິດ ຄື ເມ ວິຈິດຕາ, ຕານຸ ແລະ ອານິຕາ ຍິນດີນໍາ

ແຕ່ງຕັ້ງ ເພື່ອນມິດຂອງ UNICEF ສປປ ລາວ ຄັ້ງທຳອິດ ຄື ເມ ວິຈິດຕາ, ຕານຸ ແລະ ອານິຕາ ຍິນດີນໍາ

October 27, 2022 Off By FC

ຊົມເຊີຍ !!! ອົງການຢູນີເຊັບ ສປປ ລາວ ປະກາດແຕ່ງຕັ້ງໃຫ້

ວັນນະສິນ ທິບອາໄພ (ຕານຸ) ນັກຮ້ອງໜຸ່ມສຽງດີ ເຈົ້າຂອງຜົນງານເພງ ເຫຼືອໄວ້ພຽງນໍ້າຕາ, ຝົນ …

ວິຈິດຕາ ພອນວິໄລ (ເມ) Miss Universe Laos 2019

ແລະ ວິພາ ຢາກາເນກິ (ອານີຕາ) ດາລາ, ນັກສະແດງ, ນາງແບບ ຈາກຄ້າຍ First Modering

ຄື 3 ຄົນນີ້ ໄດ້ຖືກອົງການຢູນີເຊັບ ເປັນເພື່ອນມິດຂອງຢູນີເຊັບ ສປປ ລາວ ຄັ້ງທຳອິດຢ່າງເປັນທາງການ ໃນວັນທີ 26/10/2022 ເປັນຕົ້ນໄປ.

.
ເພື່ອນມິດຂອງຢູນີເຊັບ (FoU) ແມ່ນບຸກຄົນທີ່ເປັນທີ່ຮູ້ຈັກກັນດີ ທີ່ມີຄວາມຕັ້ງໃຈຢ່າງແຮງກ້າຕໍ່ສິດທິຂອງເດັກ ແລະ ພາລະກິດຂອງອົງການຢູນີເຊັບ. ຕານຸ, ເມ ແລະ ອານີຕາ ຈະເຮັດວຽກຮ່ວມກັບພວກເຮົາເພື່ອສົ່ງເສີມສິດທິເດັກ ແລະ ສ້າງການຮັບຮູ້ກ່ຽວກັບບັນຫາຂອງເດັກນ້ອຍໃນ ສປປ ລາວ.


ຂໍ້ມູນ: UNICEF Laos