
ໃຜເກີດວັນຫຍັງ ໃສ່ແຫວນຕາມວັນເກີດໄດ້ ມື້ນີ້ມີວິທີມາບອກ ວິທີໃສ່ແຫວນເສີມໂຊກລາບ ເອີ້ນສິ່ງດີໆເຂົ້າມາ
March 18, 2023ໃຜເກີດວັນຫຍັງ ໃສ່ແຫວນຕາມວັນເກີດໄດ້ ມື້ນີ້ມີວິທີມາບອກ ວິທີໃສ່ແຫວນເສີມໂຊກລາບ ເອີ້ນສິ່ງດີໆເຂົ້າມາ
ຜູ້ທີ່ເກີດວັນອາທິດ ຖ້າຕ້ອງການໃສ່ແຫວນເພື່ອໃຫ້ເງິນເຂົ້າມາ ແລະ ພາໂຊກລາບເຂົ້າມາໃຫ້ເຈົ້າໃສ່ແຫວນທີ່ນິ້ວກາງເບື້ອງຂວາ ຖ້າຕ້ອງການປົດໜີ້ ຕ້ອງໃສ່ແຫວນທີ່ນິ້ວກາງເບື້ອງຊ້າຍ
ຜູ້ທີ່ເກີດວັນຈັນ ຊ່ວຍເລື່ອງເງິນຄໍາໃຫ້ໃສ່ແຫວນນິ້ວຊີ້ຂ້າງຂວາ ຖ້າຈະປົດໜີ້ແມ່ນໃຫ້ໃສ່ນິ້ວນາງຂ້າງຂວາ
ຜູ້ທີ່ເກີດວັນອັງຄານ ຖ້າຍາກໄດ້ການເງິນໃຫ້ໃສ່ນິ້ວກ້ອຍຂ້າງຂວາ ຖ້າຢາກໃສ່ປົດໜີ້ທີ່ນິ້ວກາງຂ້າງຂວາ
ຜູ້ທີ່ເກີດວັນພຸດ ຫຼື ວັນພຸດກາງຄືນ ຖ້າຢາກໂຊກດີໃນເລື່ອງເງິນຄໍາ ໄຫຼມາເທມາ ໃຫ້ໃສ່ນິ້ວກາງຂ້າງຊ້າຍ ຖ້າຢາກປົດໜີ້ໃຫ້ໃສ່ນິ້ວກາງຂວາ
ຜູ້ທີ່ເກີດວັນພະຫັດ ຖ້າຢາກໂຊກດີເລື່ອງເງິນຄໍາ ໃຫ້ໃສ່ນິ້ວກາງຂວາ ແະ ຢາກປົດໜີ້ໃຫ້ໃສ່ນິ້ວກາງຊ້າຍ
ຜູ້ທີ່ເກີດວັນສຸກ ຖ້າຢາກໃຫ້ເງິນໄຫຼເຂົ້າມາໃຫ້ໃສ່ທີ່ນິ້ວຊີ້ຊ້າຍ ຖ້າຢາກປົດໜີ້ໃຫ້ໃສ່ນີ້ວກາງຂ້າງຂວາ
ຜູ້ທີ່ເກີດວັນເສົາ ຖ້າຢາກໃຫ້ເງິນໄຫຼມາເທມາໃສ່ນິ້ວກາງຂ້າງຊ້າຍ ແລະ ຖ້າຢາກໃຫ້ໝົດໜີ້ໃຫ້ໃສ່ທີ່ນິ້ວນາງຂ້າງຂວາ