
“ອາຊີບທີ່ໝັ້ນຄົງ ໝາຍເຖິງ ໝັ້ນຄົງທາງດ້ານການເງິນ ບໍ່ແມ່ນ ອາຊີບທີ່ມີວຽກ ແຕ່ຄຸນນະພາບຊີວິດ ໂຄດລໍາບາກ” ແມ່ນຫວາ ?
March 16, 2023ເຫັນປະໂຫຍກນີ້ທີ່ຖືກແຊກັນຫຼາຍ ທຸກຄົນຄິດເຫັນແນວໃດ
“ອາຊີບທີ່ໝັ້ນຄົງ ໝາຍເຖິງ ອາຊີບທີ່ມີຄວາມໝັ້ນຄົງ ທາງດ້ານການເງິນ
ບໍ່ແມ່ນ ອາຊີບທີ່ມີວຽກ ເຮັດປະຈຳ ແຕ່ ຄຸນນະພາບຊີວິດ ໂຄດລໍາບາກ”
ເຫັນຫຼາຍຄົນແຊອອກໄປ ຫຼາຍຄົນຕ່າງສະແດງຄວາມຄິດເຫັນວ່າ ແມ່ນ ແຕ່ເຮົາຄົນທຸກຄົນຈະສາມາດເລືອກໄດ້ບໍ່ ຄວາມສະບາຍ ຄວາມລໍາບາກ ແຕ່ລະຊ່ວງເວລາ ແຕ່ລະຊ່ວງຊີວິດ ເພາະບໍ່ມີໃຜຢາກລໍາບາກ ໃຜກໍຢາກມີຊີວິດທີ່ດີ ສຸກສະບາຍ
ແຕ່ນັ້ນລະເພາະເລືອກບໍ່ໄດ້ ບາງຄົງຍັງຄົງຕ້ອງລໍາບາກ ຫາເຊົ້າກິນຄໍ່າ ຍັງຄົງຕ້ອງທົນກັບເງິນເດືອນນ້ອຍ ຕ້ອງທົນກັບວຽກໜັກ ເພາະພາລະຫຼາຍ
ແຕ່ນັ້ນຄືຊີວິດ ມີຊ່ວງຂຶ້ນຊ່ວງລົງ ຍາມຂຶ້ນຍາມໄດ້ຍາມມີຍາມສະບາຍຍາມມີແຮງ ຮີບເຮັດຮີບຫາຮີບສ້າງເກັບທ້ອນ ເພື່ອມື້ທີ່ຈໍາເປັນມື້ທີ່ບໍ່ສະບາຍ ແຮງບໍ່ມີເດີ້
ສູ້ໆຂໍໃຫ້ຜູ້ອ່ານໂຊກດີ ສຸກສະບາຍສູ່ຜູ້ສູ່ຄົນເດີ້