
ຕອນຍັງຫາຍໃຈ ມີໂອກາດເວົ້າຈົ່ງເວົ້າ ຢາກເຮັດຫຍັງກໍເຮັດ ມື້ນີ້ເຫັນກັນ ມື້ອື່ນອາດຈາກກັນແລ້ວ
March 15, 2023ຈາກໂພສນີ້ Diew Khunnawong ໂພສໄວ້ໃຫ້ຄິດ ແຕ່ເພິ່ນຍັງຢູ່ເດີ້
ຖ້າເກີດວ່າ ຕາຍໄປ ຄືຊິມີຄົນແທັກເຟສ ແທັກສະຕໍລີ້ RIP ຮັກມືງເດີຫມູ່ ມືງເປັນຫມູ່ທີ່ດີທີ່ສຸດ ເປັນອ້າຍເປັນນ້ອງທີ່ດີ ເປັນຄົນຮັກທີ່ດີ ປະມານນັ້ນ
ແຕ່ຕອນທີ່ເຮົາຍັງຫາຍໃຈຢູ່ເຮົາບໍ່ເຄີຍໄດ້ຍິນອີ່ຫັຍງແບບນັ້ນເລີຍ ບໍ່ຫ່ວງ ບໍ່ແຄ ຄວາມຮູ້ສຶກກັນ ຖ້າບໍ່ມີປັນຫາອີ່ຫັຍງຂື້ນມາ ກະບໍ່ເຄີຍນຶກເຖິງກັນຢາກ ໄຫ້ນຶກເຖິງກັນ ໃນຕອນນີ້ຍັງມີລົມຫາຍໃຈຢູ່ ບໍ່ຢາກໄຫ້ນຶກເຖິງໃນຕອນນທີ່ຈາກກັນ
ບໍ່ມີໃຜຢາກຈາກໄປເພື່ອໄຫ້ຄົນນຶກເຖິງ ແຕ່ຂ້ອຍຢາກໄຫ້ຄົນນຶກເຖິງ ຂ້ອຍໃນຕອນທີ່ຍັງຫາຍໃຈຫລາຍກວ່າ
ມີໂອກາດໄດ້ເວົ້າຈົ່ງເວົ້າ ມີໂອກາດໄດ້ເຮັດຈົ່ງລົງມືເຮັດ
ເພາະຄຳວ່າມື້ອື່ນ ບໍ່ມີຢູ່ແທ້ ມື້ນີ້ ເຫັນກັນມື້ອື່ນອາດຈາກກັນ