ບໍ່ວ່າຢູ່ໃສກະເປັນລາວ ສິນລະປິນລາວ ນໍາຄວາມເປັນລາວ ເພງລາວ, ພາສາລາວ, ຊຸດລາວ ໄປ USA

ບໍ່ວ່າຢູ່ໃສກະເປັນລາວ ສິນລະປິນລາວ ນໍາຄວາມເປັນລາວ ເພງລາວ, ພາສາລາວ, ຊຸດລາວ ໄປ USA

March 15, 2023 Off By FC

ເຫັນແລ້ວຫຼາຍຄົນຕ່າງເຂົ້າມາພູມໃຈ ຍິນດີ ແລະ ດີໃຈ ທີ່ສິນລະປິນລາວ ໄວ້ລຸ້ນກຸ່ມນີ້ ທີ່ໄດ້ໄປຮ່ວມງານ
ພູມໃຈ ທີ່ Sabaidee Fest 2023 ຈັດຂຶ້ນທີ່ California USA ໃນ 18-19 ມີນານີ້

.

ໄປຢູ່ບ້ານເພິ່ນ ຮ່ວມງານນີ້ ກໍໄດ້ນໍາເອົາເພງລາວ, ພາສາລາວ, ຊຸດລາວ ຄວາມເປັນລາວໄປໂຊ ໄປນໍາສະເໜີໃຫ້ຕ່າງປະເທດໄດ້ຮັບຮູ້ ແລະ ເຮັດໃຫ້ຮູ້ວ່າຄົນລາວ, ເພງລາວ, ຄົນລາວ ກໍສາມາດໄປຢືນໄດ້ໃນເວທີສາກົນ ສາມາດເຂົ້າກັບຍຸກສະໄໝໃໝ່ ແບບລົງໂຕ

.

.

ບໍ່ວ່າຈາກນໍາສຽງຮ້ອງພາສາລາວເພງລາວ ແລະ ຊຸດລາວທີ່ສວມໃສ່ ຖ່າຍຮູບລົງໃຫ້ຄົນເຫັນ ບອກເລີຍເປັນຄອນເທັ້ນ ແລະ ສິ່ງດີໆ ທີ່ຄວນສົ່ງເສີມ ແລະ ຊົມເຊີຍສຸດໆ

.

.

.

ຄືຫຼາຍໆຄົນຮູ້ວ່າ ກຸ່ມສິນລະປິນນີ້ ລູກເຂີຍໃສ່ມອງ, ໂສພະນາ, ແບກຶ, ເຈມຢູ່ໂນ, ກູດ ຈີເອັກທູດ ນັດດາວ, ທິນລໍາພອນ ແລະ ຊາມິໂອພີ ແລະ ກໍຍັງມີອີກ Aiila ແລະ MD! ທີ່ຜະລິດ ແລະ ຮ້ອງເພງອອກມາໃຫ້ເຮົາຟັງທັງພາຍໃນ ແລະ ຕ່າງປະເທດກໍໄດ້ຮັບຟັງເຊັ່ນກັນ