
ມາໃໝ່ອີກລະ ສາມາດເລຍໜ້າຈໍ ຊິມລົດຊາດ “ເຄັມ-ຫວານ-ເຜັດ-ສົ້ມ” ຜ່ານຈໍທໍລະທັດ
March 14, 2023ມາໃໝ່ອີກແລ້ວ ຢີ່ປຸ່ນຄິດຄົ້ນ ທໍລະທັດຊິມລົດຊາດ ສາມາດເລຍວ່າ “ເຄັມ-ຫວານ-ເຜັດ-ສົ້ມ” ເລີດ!
ແປກແຕ່ກໍແມ່ນເລື່ອງແທ້ ເມື່ອຢີ່ປຸ່ນຄິດຄົ້ນເທກໂນໂລຢີ້ຊິມລົດຊາດ ຫວານເຄັມເຜັດສົ້ມ
.
ທີ່ສາມາດເປັນໄປໄດ້ທຸກຢ່າງອີ່ຫຼີຍຸກໃໝ່ນີ້ ເພາະຄົງບໍ່ມີໃຜຄິດວ່າເຮົາຈະສາມາດຊິມອາຫານຜ່ານໜ້າຈໍໄດ້
ໂດຍ ສາສະດາຈານຊາວຢີ່ປຸ່ນ ໄດ້ຄິດຄົ້ນ ພັດທະນາໜ້າຈໍທໍລະທັດທີ່ຮຽນແບບລົດຊາດອາຫານໄດ້ ໂດຍເປັນອີກຂັ້ນທີ່ສ້າງປະສົບການນອກເໜືອຈາກການຮັບຊົມ
.
ໂທລະພາບ ຫຼື ທໍລະທັດດັ່ງກ່າວ ມີຊື່ວ່າ Taste the TV(TTTV) ສາມາດສ້າງລົດຊາດອາຫານໄດ້ເຖິງ 10 ລົດຊາດ ຜ່ານກະປອງສະເປທີ່ຖືກສ້າງມາໂດຍສະເພາະ ໂດຍລົດຊາດຈະຖືກສົ່ງມາຕິດຕັ້ງໄວ້ໜ້າຈໍເພື່ອໃຫ້ລອງຊິມ
.
ສາສະດາຈານ Homei Miyashita ຈາກມະຫາວິທະຍາໄລ Meiji ບອກວ່າ ເປົ້າໝາຍຄືການເຮັດໃຫ້ຄົນໄດ້ປະສົບການບາງຢ່າງ ເຊັ່ນ ການຮັບປະທານອາຫານຢູ່ຮ້ານອາຫານ ເຖິງວ່າຈະນັ່ງຢູ່ທີ່ບ້ານ ຫຼື ຢູ່ໃສ ໂດຍເປັນເທັກໂນໂຢຢີ້ທີ່ຈະເປັນໂຕເຊື່ອຕໍ່ການສ້າງປະຕິໍສໍາພັນ ໂລກພາຍນອກໄດ້
.
Miyashita ຮ່ວມກັບທີມງານນັກສຶກສາຈໍານວນ 30 ຄົນ ເຮັດການຜະລິດອຸປະກອນກ່ຽວກັບການຮັບລົດຊາດຕ່າງໆ ເພື່ອຜະລິດອາຫານລົດຊາດເຂັ້ມຂົ້ນ ໂດຍສາສະດາຈານຊາວຢີ່ປຸ່ນທ່ານນີ້ບອກວ່າຕົນໄດ້ສ້າງຕົ້ນແບບ TTTV ແລະ ເວີຊັ້ນນີ້ມີລາຄາປະມານ 100,000 ເຢນ (ປະມານ 30,000 ບາດ))
ແລະ ອີກໜຶ່ງຈຸດປະສົງຂອງທໍລະທັດນີ້ ຄືການຮຽນຮູ້ທາງໄກ ສໍາລັບພໍ່ຄົວ ລວມເຖິງການທົດສອບລົດຊາດອາຫານໂດຍ Miyashita ໄດ້ເຂົ້າໄປລົມກັບຫຼາຍບໍລິສັດກ່ຽວກັບໃຊ້ເທັກໂນໂລຢີສະເປນໍາໄປໃຊ້ຄືກັບພິດຊ່າ ຫຼື ຊອກໂກແລັດ ແລະ ເຂົ້າໜົມປັງ