ເກີດປະເດັນ ແລະ ຄໍາຖາມ ກິດຈະກຳບາງກຸ່ມຄົນ ໃນງານບຸນທາດຫລວງ ມີການແຫ່ນາງສາວ ທຸກຄົນຄິດເຫັນແນວໃດ ?

ເກີດປະເດັນ ແລະ ຄໍາຖາມ ກິດຈະກຳບາງກຸ່ມຄົນ ໃນງານບຸນທາດຫລວງ ມີການແຫ່ນາງສາວ ທຸກຄົນຄິດເຫັນແນວໃດ ?

November 7, 2022 Off By FC

ຫລາຍທ່ານໃນສັງຄົມກຳລັງຕັ້ງຄຳຖາມຕໍ່ກິດຈະກຳຂອງບາງກຸ່ມຄົນໃນງານບຸນທາດຫລວງປີ 2022ນີ້! ດັ່ງທີ່ປະກົດໃນຮູບພາບ?

ອີງຕາມ ວາລະສານເທວາ Theva Magazine ໄດ້ມີການສຶກສາຄົ້ນຄວ້າປະຫວັດສາດກ່ຽວງານບຸນນະມັດສະການພຣະທາດຫລວງວຽງຈັນຕັ້ງແຕ່ບູຮານຈົນເຖິງປະຈຸບັນ ແລະ ໃນນາມຄົນນະຄອນຫລວງວຽງຈັນຜູ້ໜຶ່ງທີ່ໄປຮ່ວມງານບຸນພຣະທາດຫລວງເປັນປະຈຳແຕ່ນ້ອຍຮອດໃຫຍ່; ແມ່ນບໍ່ເຄີຍມີ ແລະ ບໍ່ເຄີຍປະກົດເຫັນເຫດການແບບໃນຮູບພາບໃນການຈັດກິດຈະກຳຂອງຄົນບາງກຸ່ມທີ່ມີພິທີແຫ່ນາງສາວຂຶ້ນຫວໍເພື່ອອ້ອມພຣະທາດຫລວງແບບນີ້ຈັກເທື່ອເດີ້! ຮີດຄອງນີ້ມາແຕ່ໃສຫລາຍທ່ານບໍ່ເຄີຍເຫັນ!

ພຣະທາດຫລວງແມ່ນເປັນສິ່ງສັກກາລະບູຊາທີ່ເປັນສູນລວມໃຈຂອງປວງຊົນລາວທັງຊາດ ໃນແຕ່ລະຍຸກແຕ່ລະສະໄໝນັບແຕ່ບູຮານຮອດປະຈຸບັນ ໃນລະດັບຂັ້ນພຣະເຖຣະຜູ້ໃຫຍ່ ລວມໄປເຖິງພຣະມະຫາກະສັດໃນອະດີດຕະຫລອດຮອດເຖິງທ່ານຜູ້ນຳຜູ້ຊົງຄຸນນະວຸດແຕ່ລະທ່ານ ແລະ ປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກແຕ່ລະສະໄໝທີ່ຜ່ານມານັ້ນເວລາເດີນທາງມານະມັດສະການພຣະທາດຫລວງຍັງຕ້ອງຍ່າງເຂົ້າໃນກົມມະລຽນພຣະທາດຫລວງດ້ວຍອາການສັງລວມ ແລະ ນອບນ້ອມເຄົາລົບຕໍ່ອົງພຣະທາດຫລວງ;

ເຊິ່ງບໍ່ເຄີຍມີເຫດການແບບໃນຮູບພາບເຫລົ່ານີ້ທີ່ຈະແຫ່ບຸກຄົນໃດໜຶ່ງຂຶ້ນໃສ່ເທິງຫວໍ່ເພື່ອອ້ອມພຣະທາດຫລວງ ຫລື ຢູ່ສູງກວ່າອາດສົງແບບນີ້!
ທຸກຄົນຄິເຫັນວ່າແນວໃດ ຫຼື ມີຂໍ້ມູນຫຍັງບໍ່ ເອົາມາແຊກັນເບິ່ງ