ຈາກຂີ້ດື້ເສເພ ຕິດຢາ ພຣິກຊີວິດ ເປັນເຈົ້າຂອງສູນລົດແຕ່ງ “T.O.D Modify” ລູກຄ້າ 200 ກວ່າຄັນຕໍ່ມື້

ຈາກຂີ້ດື້ເສເພ ຕິດຢາ ພຣິກຊີວິດ ເປັນເຈົ້າຂອງສູນລົດແຕ່ງ “T.O.D Modify” ລູກຄ້າ 200 ກວ່າຄັນຕໍ່ມື້

March 11, 2023 Off By FC

ອີ່ຫຍັງກໍເກີດຂຶ້ນໄດ້ ບໍ່ວ່າຈຸດເລີ່ມຕົ້ນຈະເປັນຈັ່ງໃດ ກໍມີມື້ສໍາເລັດ ແລະ ລົ້ມເຫຼວໄດ້ຄືກັນ
ດັ່ງເລື່ອງນີ້ ຈາກສື່ປະເທດເພື່ອນບ້ານ ໄທ ຄື ເລື່ອງລາວຂອງໜຸ່ມຕ໋ອດ “T.O.D Modify” ທີ່ສູນບໍລິການດູແລລົດຊິ້ງ ຫຼື ລົດແຕ່ງ ໂດຍສະເພາະ ກັບປະສົບການກວ່າ 10 ປີ ທີ່ຕອນນີ້ຂະຫຍາຍໄປກວ່າ 30 ສາຂາ ກັບເລື່ອງລາວຊີວິດຄືກັບນິຍາຍ


ຈາກເດັກເສເພ ຕິດຢາ ສິ່ງແວດລ້ອມຮອບໂຕບໍ່ດີ ເຄີຍຄິດສັ້ນຈົບຊີວິດຕົນເອງ ແຕ່ອີ່ຫຍັງທີ່ເຮັດໃຫ້ມີທຸູກມື້ໄດ້ ເບິ່ງກັນ
ໜຸ່ມ ຕ໋ອດ ເລົ້າວ່າ ຕົນເອງເປັນຄົນມັກຮັກລົດເປັນຊີວິດຈິດໃຈ ມັນລົດ ແຕ່ງລົດ ແຕ່ດ້ວຍສະໄໝກ່ອນຢູ່ບ້ານນອກບໍ່ມີກໍາລັງຊັບ ທີ່ຈະໄປຊື້ລົດ ຕ້ອງໃຊ້ວິທີການສະໝັກຕາມຮ້ານອູ່ລົດ ເພື່ອຍ່າງນ້ອຍໄດ້ຮຽຮຮູ້ ແລະ ູ່ກັບສິ່ງທີ່ມັກ ເກັບກ່ຽວປະສົບການເລື້ອຍໆ


ແຕ່ຈຸດພີກຊີວິດຄືຕອນທີ່ມີແຟນ ເຮົາທຸ່ມເທຫຼາຍຈົນຕອນທີ່ເລັີກກັນເປັນເຮົາເອງທີ່ເຮັດບໍ່ຖືກ ເຄຍຄິດຈະຈົບຊີວິດ ແຕ່ສຸດທ້າຍກໍຄິດໄດ້ ວ່າມັນຕ້ອງລວຍ ຕ້ອງມີທຸກຢ່າງແມ່ນບໍ່ ງັ້ນຈະລອງລວຍໃຫ້ເບິ່ງຈັກເທື່ອກ່ອນຕາຍ


ຫຼັງຈາກນັ້ນຂ້ອຍກໍເອົາເງິນທີ່ມີຢູ່ປະມານ 7,000 ບາດ ມາລົງທຶນ ຊື້ອຸປະກອນແຕ່ງລົດມາຂາຍ ແລ້ວກໍຄ່ອຍໆຂະຫຍາຍມາເລື້ອຍໆ ຈົນຕອນນີ້ກໍ 10 ປີແລ້ວ