ຜົນວິໄຈເຜີຍ “ລ້າງຖ້ວຍ” ຊ່ວຍຫຼຸດຄວາມຄຽດໄດ້ ຕ້ອງ​ລອງ​ແລ້ວ

ຜົນວິໄຈເຜີຍ “ລ້າງຖ້ວຍ” ຊ່ວຍຫຼຸດຄວາມຄຽດໄດ້ ຕ້ອງ​ລອງ​ແລ້ວ

March 11, 2023 Off By FC

ໃຜທີ່ມີຄວາມຄຽດ ຫຼື ມັກຄຽດ ການລ້າງຖ້ວຍລ້າງຈານ ລ້າງບ່ວງ ຊ່ວຍໄດ້ ຊ່ວຍໄດ້ແນວໃດ ໄປເບິ່ງ ຕາມຜົນວິໄຈນີ້
1 ການລ້າງຈານຊ່ວຍຝຶກສະມາທິ ດ້ວຍການເສີມສ້າງສະມາທິ ເນື່ອງຈາກເຮົາຈະຈົດຈໍ່ກັບຈານທີ່ເຮົາລ້າງ ທັງຄາບເປື້ອນ ແລະ ຢ້ານຈານຖ້ວຍຫຼຸດມືເຮົາອີກ


2 ຊ່ວຍໃຫ້ຈິດໃຈສະຫງົບ ນໍ້າເຢັນໆຂອງນໍ້າທີ່ໄຫຼຜ່ານມື ຈະຊ່ວຍຊໍາລະລ້າງມື ເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍຄືການອາບນ້ຳ ຫຼື ຊັກເຄື່ອງ ແລະ ຍິ່ງເຫັນຈານສະອາດເຮົາຍິ່ງສະບາຍໃຈ


3 ສົ່ງຜົນຕໍ່ການເຮັດວຽກ ຂອງລະບົບສະໝອງ ເວລາຄິດຫຍັງບໍ່ອອກ ລອງໄປລ້າງຈານພັກສະໝອງຈັກແປັບ ສະໝອງຂອງເຮົາຈະປອດໂປ່ງ ແລະ ຈົດຈໍ່ກັບຈານທີ່ລ້າງຈົນລື່ມເລື່ອງຄຽດໆໄດ້


ເຖິງວ່າຜັນວິໃຈນີ້ຈະມີຜູ້ເຂົ້າຮ່ວມພຽງ 51 ຄົນ ແຕ່ກໍໜ້າລອງເບິ່ງເດີ້ວ່າຈະໄດ້ຜົນ ຫຼື ຄາຍຄຽດໄດ້ຫຼືບໍ່ ແຕ່ຖ້າບໍ່ມັກລ້າງຖ້ວຍ ກໍອາບນ້ຳເລີຍກະໄດ້ ຈະໄດ້ຜ່ອນຄາຍ


ຈາກ: chiangmainews