ບໍລິສັດທາງລົດໄຟລາວ-ຈີນ ປະກາດຮັບສະໝັກພະນັກງານ ຫຼາຍຕໍາແໜ່ງ ປະຈໍາຫຼວງພະບາງ

ບໍລິສັດທາງລົດໄຟລາວ-ຈີນ ປະກາດຮັບສະໝັກພະນັກງານ ຫຼາຍຕໍາແໜ່ງ ປະຈໍາຫຼວງພະບາງ

March 10, 2023 0 By FC

ອີງຕາມການພັດທະນາຂອງບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ, ດັ່ງນັ້ນ ບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ຈິ່ງເປີດຮັບສະໝັກພະນັກງານຊຸດໃໝ່ປະຈໍາສູນຄຸ້ມຄອງບໍາລຸງຮັກສາຫຼວງພະບາງຈໍານວນ 120 ຕໍາແໜ່ງຄື: ຊ່າງສ້ອມແປງບໍາລຸງຮັກສາລາງ 39 ຄົນ,ຊ່າງຂົວ ແລະ ອຸໂມງ 5 ຄົນ,ຊ່າງອາຄານ 4 ຄົນ,ຊ່າງກວດກາລາງ 7 ຄົນ,ຊ່າງສັນຍານ 8 ຄົນ,ຊ່າງການສື່ສານ 4 ຄົນ,ຊ່າງ 5T ຈໍານວນ 2 ຄົນ,ຊ່າງລະບົບສາຍສົ່ງໄຟເທິງລາງ 32 ຄົນ,ຊ່າງໄຟ 6 ຄົນ,ພະນັກງານສະຖານີໄຟຟ້າ 4 ຄົນ,ພະນັກງານພະແນກຂັບລົດໄຟປະຈໍາທາງ 9 ຄົນ.


1.ເງື່ອນໄຂ: ເພດຊາຍ, ອາຍຸບໍ່ເກີນ 29 ປີ;
2.ລະດັບການສຶກສາ:ຈົບການສຶກສາ ມໍ ປາຍ ຂຶ້ນໄປ;
3.ວິຊາສະເພາະ: ບໍ່ຈໍາກັດ, ຖ້າເຄີຍຮຽນ ດ້ານການສ້ອມແປງນໍ້າ ແລະ ໄຟ, ວິສະວະກໍາການກໍ່ສ້າງ, ວິສະວະກໍາລາງລົດໄຟ, ສັນຍານ, ການສື່ສານ ແລະ ອື່ນໆທີ່ຕິດພັນກັບທຸລະກໍາລົດໄຟ ຫຼື ຈົບມາແຕ່ຈີນ ແມ່ນພິຈາລະນາເປັນພິເສດ.

4.ຜູ້ສະໝັກຕ້ອງສະໜອງເອກະສານດັ່ງລຸ່ມນີ້:
(1)ດາວໂຫຼດຟອມ(https://drive.google.com/…/1CYWwnRD3DHe46cohfXaDxDpFh9S…) ແລະ ປະກອບຟອມສະໝັກເຂົ້າເປັນພະນັກງານບໍລິສັດທາງລົດໄຟລາວ-ຈີນ;(2)ໃບຢັ້ງຢືນ HSK (ຖ້າມີ);(3)ໃບປະກາດ ແລະ ໃບຄະແນນ;(4)ໃບຢັ້ງຢືນການຮັບວັກຊິນປ້ອງກັນໂຄວິດ 2 ເຂັມຂຶ້ນໄປ;(5) ສໍາເນົາບັດປະຈໍາຕົວ ຫຼື ພາສປອດ ທີ່ຍັງບໍ່ໝົດກໍານົດ ແລ້ວສົ່ງເອກະສານດັ່ງກ່າວຜ່ານ Email: hr-200@lcrc.ltd, ເວລາກໍານົດຮັບເອກະສານ ວັນທີ 9 ມີນາ ຫາ ວັນທີ 20 ມີນາ 2023

.


ສອບຖາມລາຍລະອຽດໄດ້ທີ່ເບີໂທ: 020-58164784 ຕິດຕໍ່ໄດ້ສະເພາະເວລາ ລັດຖະການ ເວລາ 8:30-11:00, 14:30-17:00 ເທົ່ານັ້ນ, ຂໍອາໄພມາຍັງຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.

.


ໝາຍເຫດ: ດາວໂຫລດແບບຟອມສະໝັກເຂົ້າເປັນພະນັກງານບໍລິສັດທາງລົດໄຟລາວ-ຈີນໄດ້ທີ່ (https://drive.google.com/…/1CYWwnRD3DHe46cohfXaDxDpFh9S…)
ຕິດຕໍ່ເພກ Laos – China Railway Company Limited