ໃຜຂີ້ຄ້ານອາບນໍ້າ ດີເລີຍ ຢີ່ປຸ່ນ ຜະລິດເຄື່ອງ “ຊັກຄົນ” ໃຊ້ເວລາພຽງ 15 ນາທີ ກໍສະອາດ ຕ້ອງມີແລ້ວປະ

ໃຜຂີ້ຄ້ານອາບນໍ້າ ດີເລີຍ ຢີ່ປຸ່ນ ຜະລິດເຄື່ອງ “ຊັກຄົນ” ໃຊ້ເວລາພຽງ 15 ນາທີ ກໍສະອາດ ຕ້ອງມີແລ້ວປະ

November 6, 2022 Off By FC

ໝົດບັນຫາຄົນຂີ້ຄ້ານອາບນ້ຳ ເພາະຕໍ່ໄປນີ້ເຮົາຈະມີເຄື່ອງຊັກຄົນແລ້ວ


ບໍລິສັດ ເທັກໂນໂລຊີຂອງຍີ່ປຸ່ນ ແຜນການຜະລິດເຄື່ອງຊັກຜ້າສຳລັບຄົນທີ່ຈະຊ່ວຍເຮັດຄວາມສະອາດໃຫ້ຮ່າງກາຍ, ນວດເພື່ອຜ່ອນຄາຍ ແລະ ປິດທ້າຍດ້ວຍການເຮັດໃຫ້ຮ່າງກາຍແຫ້ງອີກດ້ວຍ ທັງໝົດຈະເປັນລະບົບອັດຕະໂນມັດໃຊ້ເວລາພຽງ 15 ນາທີ.


ບໍລິສັດ Science Co. Ltd. ຂອງປະເທດຍີ່ປຸ່ນ ເປັນບໍລິສັດເທັກໂນໂລຊີທີ່ຊ່ຽວຊານດ້ານນະວັດຕະກຳຫ້ອງນຳ້ ແລະ ເຮືອນຄົວ ສັນຍາວ່າຈະສົ່ງມອບເຄື່ອງຊັກຄົນທີ່ທັນສະໄໜພາຍໃນປີ 2025 ໂດຍນັກວິທະຍາສາດລະບຸວ່າ ເປົ້າໜາຍຂອງໂຄງການ Usoyaro ບໍ່ໄດ້ເປັນພຽງການເຮັດຄວາມສະອາດຮ່າງກາຍຢ່າງທົ່ວເຖິງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ບຳບັດ ເຊິ່ງຜູ້ໃຊ້ງານສາມາດຜ່ອນຄາຍໄປກັບສຽງເພງ ແລະ ມຸມມອງຂອງພາບທີ່ສະແດງໃນນຳ້ເພື່ອສ້າງບັນຍາກາດທີ່ສະດວກສະບາຍທີ່ສຸດ.


ສຸດທ້າຍ ບໍລິສັດ Science ຄາດວ່າຄວາມສຳເລັດຂອງ Project Usoyaro ຈະສົ່ງຜົນໃຫ້ມີເຄື່ອງຊັກຄົນທີ່ໃຊ້ງານໄດ້ແທ້ພາຍໃນປີ 2024 ເຊິ່ງບໍລິສັດຄາດຫວັງວ່າຈະສາມາດນຳຈັດສະແດງທີ່ງານ Osaka Expo 2025


ໃຜທີ່ສົມຄວນມີ ແທັກເລີຍ
ຂໍ້ມູນຈາກ odditycentra