
ທະນະຄານການຄ້າແຈ້ງເຕືອນ ໃຫ້ລະວັງ ກຸ່ມຄົນຜູ້ບໍ່ຫວັງດີ ລັກລອບເອົາຂໍ້ມູນບັດຜ່ານຕູ້ເອທີເອັມ ສັງເກດຕາມນີ້
March 9, 2023ແຈ້ງເຕືອນໄພ
ເຖິງ: ບັນດາລູກຄ້າ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ ເພື່ອເປັນການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມລາວໃຫ້ຫມົດໄປ.
.
ໃນປະຈຸບັນນີ້ໄດ້ມີກຸ່ມຄົນຜູ້ບໍ່ຫວັງດີ ໄດ້ມີການມາ ລັກລອບເອົາຂໍ້ມູນບັດໂດຍຜ່ານຕູ້ເອທີເອັມດ້ວຍຫຼາຍຮູບຫຼາຍແບບຄືດັ່ງຮູບຂ້າງລຸ່ມນີ້, ສະນັ້ນ ຈິ່ງໄດ້ຮຽກຮ້ອງມາຍັງບັນ
.
ດາທ່ານ ຊ່ວຍເປັນເຈົ້າການນໍາກັນ ເມື່ອເວລານໍາໃຊ້ຕູ້ເອທິເອັມຄວນເອົາໃຈໃສ່ເປັນພິເສດຄວນເອົາມືບັງລະຫັດຂອງຕົນເອງ ເວລາກົດລະຫັດທຸກໆຄັ້ງ, ຄວນມີການປ່ຽນລະຫັດລັບຢູ່ເລື້ອຍໆ ຫຼື ຖ້າຫາກກວດພົບເຫັນອຸປະກອນຄ້າຍຄືກັນກັບຮູບພາບ ລຸ່ມນີ້ແມ່ນໃຫ້ໂທແຈ້ງດ່ວນຫາພະນັກງານທີ່ຮັບຜິດຊອບຕາມເບີລຸ່ມນີ້:
.
1555 ຕະຫຼອດ 24/7
ຕາມພາບ