
ເຮັດນ້ຳສາລີດື່ມເອງ ແບບງ່າຍໆ ບໍ່ຫຍຸ້ງຍາກຫຍັງ ແຊໄວ້ເຮັດເລີຍ
March 8, 2023ໂພສຈາກ Ememm Xaiyavong ບອກ ເຮັດນ້ຳສາລີ ສູດນີ້ຮັບຮອງວ່າເຮັດແລ້ວຕ້ອງໄດ້ເຮັດດື່ມຕະຫຼອດ ແຖມງ່າຍເເຮງບໍ່ເສຍເວລາຫຍັງຫຼາຍ 25 ນາທີກາແລ້ວ ຖ້າໃຜມີເຄື່ອງບົດທີ່ຕົ້ມໄປນຳ
ສາລີດິບ+coffeemate +ນ້ຳຕານ+ມັນຍີປຸ່ນຫຼືມັນຫວານກໍ່ໄດ້ເອົາມາຕົ້ມລວມກັນ ສ່ວນແກ່ນສາລີຕົ້ມຕ່າງຫາກແລ້ວເອົາມາລວມໃສ່ກັນໝົດ
ແກ່ນສາລີຕົ້ມປະມານ20ນາທີໃຫ້ໄດ້ນ້ຳຫວານໃນໂຕມັນອອກມາ
ແລ້ວເອົາມາຕົ້ມຕໍ່ກັບສ່ວນປະສົມທັງໝົດຢູ່ໃນຮູບທຳອິດ ຕົ້ມໃສ່ສຸກປະມານ30ນາທີ ເວລາຕົ້ມຫ້າມໃຫ້ຟົດແຮງ ໃຫ້ມັນຟົດທຳມະດາເພື່ອເວລາສຸກນ້ຳສາລີຈະບໍ່ແຍກໂຕເປັນນ້ຳໃສຄືນ້ຳລ້າລອຍທາງເທິງ
ສ່ວນໂຕມັກປະສົມນົມເຂົ້າໄປນຳປະມານ2ຈອກເພື່ອຫຼຸດນ້ຳຕານເພາະບໍ່ມັກໃສ່ນ້ຳຕານຫຼາຍ ໃນນົມຈະມີຄວາມຫວານແລ້ວເລີຍເລືອກຕັດນ້ຳຕານອອກສ່ວນ1ໃສ່ນົມແທນ
ຫຼັງຈາກຕົ້ມສຸກລວມກັນໝົດແລ້ວກາເອົາມາບົດໃຫ້ມຸ່ນລະຈັ່ງມາຕອງເອົາແຕ່ນ້ຳ
ຄັນໃຜມີອັນບົດທີ່ເປັນລຸ້ນບົດແຮງລະອຽດມັນກໍ່ຈະບໍ່ໄດ້ຖິ້ມກາກສາລີຫຼາຍເພາະມັນບົດລະອຽດ ຈະໄດ້ຖິ້ມກາກມັນແຕ່ໜ້ອຍດຽວຄືທີ່ເຫັນ
ປະໄວ້ຕູ້ເຢັນຫຼືດືມແບບຮ້ອນກໍ່ແຊບສ່ຳກັນ (ການເຮັດນ້ຳສາລີທີ່ຖືກວິທີແລະຢາກໃຫ້ມັນແຊບ ຕ້ອງແມ່ນນ້ຳສາລີທີ່ເຮັດອອກມາແລ້ວມັນບໍ່ແຍກໂຕເປັນນ້ຳໃສລອຍທາງເທິງເດີ້ )
.
ເຮັດອອກມາໄດ້ປະມານ5ຈອກເຄີ່ງ ປະໄວ້ມື້ຕໍ່ໄປມັນກໍ່ຍັງບໍ່ແຍກໂຕເປັນນ້ຳຕ່າງຫາກ