ວັນຄົບຮອບ ສະບັບ Tom Sky-ນ້ອງ ເດີນທາງໄປທ່ຽວ, ບ່ອນບໍ່ເຄີຍໄປ, ເຮັດສິ່ງທີ່ບໍ່ເຄີຍເຮັດ ມອບເຂົ້າໜົມໃຫ້ເດັກນ້ອຍ

ວັນຄົບຮອບ ສະບັບ Tom Sky-ນ້ອງ ເດີນທາງໄປທ່ຽວ, ບ່ອນບໍ່ເຄີຍໄປ, ເຮັດສິ່ງທີ່ບໍ່ເຄີຍເຮັດ ມອບເຂົ້າໜົມໃຫ້ເດັກນ້ອຍ

November 6, 2022 Off By FC

Tom Sky Thakhek ໂພສ ຢູ່ກັບ Nong Phouthasone ເຊິ່ງມື້ວານ 5 ພະຈິກ 2022 ເປັນວັນຄົບຮອບແຕ່ງດອງຂອງທັງ 2 ໜຸ່ມຕ້ອມ ໄດ້ໂພສວ່າ

.

5.11.2022 ເປັນວັນຄົບຮອບແຕ່ງງານກັນ 1 ປີ (ອາດຈະບໍ່ໄດ້ຈັດງານແຕ່ງໃຫຍ່ໂຕຄືຄົນອື່ນແຕ່ກໍ່ຢູ່ນຳກັນຢ່າງມີຄວາມສຸກໄດ້) ປີນີ້ເຮົາມາສະຫລອງວັນຄົບຮອບກັນຢູ່ທີ່ຫລວງພະບາງ

.

ໂດຍການທ່ຽວໃນຮູບແບບທີ່ເຮົາບໍ່ເຄີຍເຮັດກໍ່ຄືການເຊົ່າລົດຈັກໄປທ່ຽວເອງໄປໃນທີ່ທີ່ເຮົາບໍ່ເຄີຍໄປ
ພ້ອມກັບຊື້ເຂົ້າໜົມຕິດຕົວໄປເພື່ອໃນລະຫວ່າງທາງເຫັນເດັກນ້ອຍອາດໄດ້ແວ່ເອົາເຂົ້າໜົມໃຫ້ເຂົາໄດ້ກິນ

ເຮົາອາດຈະບໍ່ມີໃຫ້ຫລາຍຄືຄົນອື່ນແຕ່ມັນຄືເຮົາສຸກທີ່ສອງຜົວເມຍເຮົາສ້າງຂື້ນມາລະຫວ່າງທາງໄດ້ທັງທ່ຽວໄດ້ທັງຮອຍຍິ້ມຈາກເດັກນ້ອຍ ແລະ ໄດ້ຄວາມສຸກກັບມາພ້ອມ

.

ແນວໃດກໍຍິນດີນໍາເດີ້ ຮັກແພງກັນໄປແບບນີ້ຕະຫຼອດ ແລະ ມີທາຍາດໄວໆເດີ້