ພົບຮ່າງແລ້ວ ເຫດຄົນໂດດລົງນໍ້າກ້ອງຂົວນໍ້າຂອງ ແຂວງສະຫວັນນະເຂດ

ພົບຮ່າງແລ້ວ ເຫດຄົນໂດດລົງນໍ້າກ້ອງຂົວນໍ້າຂອງ ແຂວງສະຫວັນນະເຂດ

March 5, 2023 Off By FC

ສິ້ນສຸດພາລະກິດຕາຫາຄົນໂດດລົງນໍ້າກ້ອງຂົວນໍ້າຂອງ ແຂວງສະຫວັນນະເຂດ
ວັນທີ 2 ມີນາ 2023 ຜ່ານມາ ມີຊາຍໜຸ່ມໂດດລົງນໍ້າກ້ອງຂົວ ບ້ານນາແກ ນະຄອນໄກສອນ ແຂວງສະຫວັນນະເຂດ (ຂົວຂ້າມນໍ້າຂອງ)

ເຊິ່ງໄດ້ມີຫລາຍພາກສ່ວນຊ່ວຍເຫລືອໃນການຄົ້ນຫາ.
ຫລ້າສຸດ ວັນທີ 4 ມີນາ 23 ນີ້ ໄດ້ຄົ້ນພົບສົບແລ້ວ ໂດຍຜູ້ໃຊ້ເຟສບຸກ Nitsa Psm ໂພສວ່າ:


ຂ້າພະເຈົ້າໃນນາມ ເອື້ອຍຮັກກັບຜູ້ເສຍຊີວິດ ຄົນບ້ານດຽວກັນ
ຂໍຂອບໃຈໝູ່ຄູ່ ອ້າຍເອື້ອຍນ້ອງທຸກຄົນທີ່ຊ່ວຍເຫລືອ ກິນທານນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ບຸນກຸສົນທີ່ທຸກຄົນໄດ້ເຮັດໄດ້ສ້າງໃນມື້ນີ້ື

ເປັນສະພານບຸນໃຫ້ທ້າວ ບຸນທະວີ ຫຼື ທ້າວຫຳນ້ອຍ ອາຍຸ20ປີ ບ້ານນາແກ ແຂວງສະຫວັນນະເຂດ ຂໍໃຫ້ ໄປເກີດດີເຖິງສຸກ ເກີດໃນພົບພູມທີ່ດີ ແລະຂໍຂອບໃຈທຸກຄົນທຸກພາກສ່ວນທີ່ຊ່ອຍເຫຼືອຕັ້ງແຕ່ຕົ້ນຈົນຈົບ ຈົນພົບສົບໃນມື້ນີ້


ສົບຜູ້ເສຍຊິວິດແມ່ນບຳເພັນກຸສົນຢູ່ວັດ ບ້ານນາແກ ແຂວງສະຫວັນນະເຂດ.
ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນດ້ວຍ.