
ໄປຕໍ່ ສາຍຝົນ ແກ້ວຫານາມ ກຽມໄປທົດສອບກັບທີມໃນລີກສູງສຸດ ບຽວຢ້ຽມ
March 4, 2023ສະໂມສອນນົນທະບຸຣີ ປະກາດຜ່ານເພຈ໌ບຸກທາງການວ່າ: ທາງສະໂມສອນໄດ້ຮັບໜັງສືເຊີນ ແລະ ຂໍສະແດງຄວາມຍິນດີກັບ ສາຍຝົນ ແກ້ວຫານາມ ນັກເຕະດີເດັ່ນຂອງທີມຊາດລາວ ໄປທົດສອບສີຕີນເປັນໄລຍະເວລາ 1 ເດືອນລະຫວ່າງເດືອນເມສາ – ພຶດສະພາ 2023 ຫຼັງຈາກທີ່ຈົບການແຂ່ງຂັນບານເຕະນັດອຸ່ນເຄື່ອງຕາມປະຕິທິຂອງ ຟີຟາ ປະຈໍາເດືອນມີນາ 2023 ເຊິ່ງສະໂມສອນ ເຄວີຊີ ເວສະເຕີໂລ ຈະອອກຄ່າໃຊ້ຈ່າຍທັງໝົດ.
.
ສໍາລັບ ສາຍຝົນ ແກ້ວຫານາມ ເປັນນັກເຕະເຍົາວະຊົນລາວ ໂດດເດັ່ນຕັ້ງແຕ່ຍັງນ້ອຍໆ ກ່ອນຖືກສະໂມສອນຈາກໄທຢ່າງ ສະມຸຍ ອະຄາເດມີ ດືງຕົວໄປຮ່ວມທີມຕັ້ງແຕ່ຍັງນ້ອຍໆຕອນອາຍຸ 13 ປີ ກ່ອນຖືກພັກດັນຂຶ້ນໄປຢູ່ກັບ ສະໂມສອນນົນທະບູຣີ ຢູໄນເຕັດ ທີມພັນທະມິດກັບສະໂມສອນດັ່ງກ່າວ ຈົນເຖິງປັດຈຸບັນ
.
.
ສາຍຝົນ ແມ່ນສ້າງຜົນງານຢ່າງໂດດເດັ່ນ ໂດຍຜົນງານຫຼ້າສຸດພາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 17 ປີສ້າງປະຫວັດສາດຜ່ານເຂົ້າຮອບສຸດທ້າຍໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ແລະ ພາ ຢູ 19 ລາວ ສ້າງປະຫວັດສາດຄວ້າອັນດັບ 2 ລາຍການບານເຕະຊີງແຊັມອາຊຽນ 2022 ທີ່ອິນໂດເນເຊຍ
.
ຫຼ້າສຸດ ສາຍຝົນ ກໍຖືກຮຽກກັບມາເຂົ້າສູນຝຶກຊ້ອມກັບ ທີມຊາດລາວ ຊຸດໃຫຍ່ ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະນັດອຸ່ນເຄື່ອງ ຕາມປະຕິທິນຂອງ ຟີຟາ ທີ່ປະເທດເນປານ ໃນລະຫວ່າງວັນທີ 22-31 ມີນາ 2023 ເຊິ່ງມີ 3 ປະເທດເຂົ້າຮ່ວມຊີງໄຊຄື: ເນປານ ເຈົ້າພາບ, ບູຖານ ແລະ ລາວ ລວມເຖິງເກັບຕົວກັບທີມຊາດລາວ ຢູ 17 ເພື່ອກຽມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ ຮອບສຸດທ້າຍ ເຊິ່ງຫຼັງຈາກຈົບລາຍການນີ້ກໍກຽມຕົວໄປທົດສອບກັບສະໂມສອນໃນລີກສູງສຸດຂອງປະເທດແບນຊິກ.