
ໝາກຍົມເຄີຍກິນບໍ່ ສົ້ມໆ ແລະ ອຸດົມໄປດ້ວຍຊັບພະຄຸນຫຼາຍຢ່າງເດີ້
March 1, 2023ນີ້ຄືໝາກຍົມ ແມ່ນແລ້ວໝາກຍົມ ໃຜເຄີຍກິນ ແລະ ມັກກິນແນ່ ມື້ນີ້ເອົາໃຈຜູ້ທີ່ມັກກິນສົ້ມໂດຍສະເພາະ ໝາກຍົມ ນອກຈາກຈະກິນແຊບຈີດ, ສົດຊື່ນໃຈແລ້ວ ມີປະໂຫຍດຕໍ່ຮ່າງກາຍເຮົາອີກ ບາງຄົນອາດຍັງບໍ່ຮູ້ ມື້ນີ້ມາຮູ້ກັນ ໝາກຍົມ ເປັນໝາກໄມ້ທີ່ມີລົດສົ້ມ, ມີວິຕາມິນ C ສູງ ທີ່ສາມາດຕ້ານຫວັດໄດ້ດີ ລວມທັງມີລິດເດດໃນການສະກັດເສີມຫະ ດ້ວຍການກິນໝາກສຸກ ຫຼື ໝາກດິບກໍໄດ້.
.
ນອກຈາກນີ້ ໃນທາງການແພດ ໝາກຍົມຍັງເປັນຢາອາວຸວັດທະນະ, ບຳລຸງເລືອດ ດ້ວຍການໃຊ້ໝາກແກ່ມາຕຳ ດອງໃນເຊື່ອມຈົນຄົບ 3 ມື້ (ນຳ 1 ສ່ວນ, ນໍ້າຕານ 3 ສ່ວນ) ແລ້ວນຳມາກິນມື້ລະ 1 ບ່ວງແກງ).
.
ອັນທີ່ໜ້າສົນໃຈ ກໍຄື ໃບໝາກຍົມ ໃຊ້ແກ້ເບົາຫວານ ດ້ວຍການໃບສົດ ແລະຮາກໃບເຕີຍພໍປະມານ ນຳມາໃສ່ໝໍ້ ຕື່ມນໍ້າແລ້ວຕົ້ມເອົາແຕ່ນໍ້າມາດື່ມ ຈະຊ່ວຍໄປກະຕຸ້ນຕັບອ່ອນໃຫ້ແຂງແຮງ ແລະສາມາດຜະລິດນໍ້າຕານໃນພາວະສົມດຸນ ໂດຍບໍ່ຕ້ອງອາໄສ ອິນຊູລິນ ຈາກພາຍນອກ.
.
ສຳລັບສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ ແມ່ນໃຫ້ໃຊ້ໃບແກ່ພ້ອມກ້ານປະມານ 1 ກຳມື ນຳມາໃສ່ໝໍ້ ຕື່ມນຳ້ພໍຖ້ວມ, ໃສ່ນຳ້ຕານເລັກໜ້ອຍ ເພື່ອດັບຣົດຊາດເຝື່ອນ, ຕົ້ມໃຫ້ຟົດປະມານ 5 ນາທີ ແລ້ວນຳມາດື່ມຈົນຄວາມດັນເປັນປົກກະຕິ ແລ້ວຈຶ່ງເຊົາດື່ມ.