
ຫາຍຫ່ວງແລ້ວ ຫຼ້າສຸດ ວາງຂາຍ “ເຄື່ອງຈູບທາງໄກ” ເພື່ອໃຫ້ຄົນຮັກທີ່ຢູ່ໄກກັນຈູບກັນໄດ້
March 1, 2023ມາໃໝ່ແບບຄິດບໍ່ເຖິງກັບນະວັດຕະກໍາໃໝ່ ທີ່ບອກເລີຍ ໃຜມີຄົນຮັກຢູ່ໄກຢາກຈູຈຸບ ກໍສາມາດຈຸບຜ່ານສິ່ງນີ້ໄປຫາຄົນຮັກໄດ້ ວ້າວເລີດ ຄື ຈີນວາງຂາຍ “ເຄື່ອງຈູບທາງໄກ
ສຸດລໍ້າ ໃຫ້ຄູ່ຮັກທີ່ຢູ່ໄກກັນສາມາດສະແດງຄວາມຮັກຕໍ່ກັນໄດ້ ບໍ່ວ່າຈະຢູ່ຫ່າງໄກພຽງໃດກໍຕາມ
ຄື ອຸປະກອນດັ່ງກ່າວຖືກໂຄສະນາຂາຍໃນເວບໄຊຍອດນິຍົມຂອງຈີນຢ່າງ (Taobao) ພ້ອມກັບຄຊາບັນຍາຍສິນຄ້າວ່າ ເປັນວິທີໃຫ້ຄູ່ຮັກທີ່ຢູ່ໄກກັນສາມາດແບ່ງປັນຄວາມໃຫ້ຊິດທາງຮ່າງກາຍທີ່ແທ້ຈິງ
ເຄື່ອງຈູບທາງໄກນີ້ ມີໜ້າຕາຄືກັບຮູບປາກຄົນແທ້ໆ ທີ່ເຮັດຈາກຊິລີໂຄນ ຝັງຢູ່ໃນອຸປະກອນທີ່ຄ້າຍກັບບ່ອນວາງໂທລະສັບ
ສ່ວນທີ່ເປັນຝີປາກນີ້ມີເຊັນເຊີວັດແຮງກົດດັນ ແລະ ສາມາດຮຽນແບບການຈູບໄດ້ໂດຍການຈໍາລອງແຮງກົດ ການເຄື່ອນໄຫວ ແລະ ອຸນຫະພູມຂອງຝີປາກຂອງຜູ້ໃຊ້ ນອກຈາກນີ້ຍັງສາມາດສົ່ງສຽງທີ່ຜູ້ໃຊ້ສ້າງຂຶ້ນມາອີກດ້ວຍ
ໃນການຈູບທາງໄກໄດ້ນັ້ນ ຜູ້ໃຊ້ທັງສອງຝ່າຍຕ້ອງໄດ້ດາວໂຫຼດ ແອັບພິເຄຊັ່ນລົງໃນມື້ຖື ແລະ ເຊື່ອຕໍ່ອຸປະກອນເຂົ້າກັບໂທລະສັບ ຈາກນັ້ນເມື່ອຜູ້ໃຊ້ຈັບຄູ່ກັບຄົນຮັກຂອງຕົນໃຈແອັບ ແລ້ວກໍສາມາດວິດີໂອຄໍ ແລະ ຈູບກັນໄດ້
ຈາກ: chiangmainews