
ສູ້ໆເດີແຮງງານລາວ 144 ຄົນ ເດີນທາງ ໄປເຮັດວຽກ ທີ່ ປະເທດເກົາຫຼີໃຕ້
February 28, 2023ສູ້ໆເດີແຮງງານລາວ 144 ຄົນ ຂໍອວຍພອນໃຫ້ທຸກຄົນເດີນທາງດ້ວຍຄວາມສະຫວັດດີພາບ ຕັ້ງໃຈເຮັດວຽກ-ສ້າງຊື່ສຽງດ້ານດີໃຫ້ແກ່ແຮງງານລາວ-ປະເທດລາວ, ເກັບທ້ອນເງິນໃຫ້ໄດ້ ແລ້ວກັບມາພັດທະນາຄອບຄົວ ແລະ ປະເທດຊາດຂອງພວກເຮົາ.
.
ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມນຳສົ່ງແຮງງານຈຳນວນ 144 ຄົນ ຈາກເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ເມືອງກາສີ ແຂວງວຽງຈັນ ໄປເຮັດວຽກລະດູການ ຂະແໜງການກະສິກຳ ຢູ່ ເມືອງຢາງຈູ ແລະ ເມືອງຊັງຢອງ ປະເທດເກົາຫຼີໃຕ້
.
.
ຂ່າວສານແຮງງານແລະສະຫວັດດີການສັງຄົມ