
ແຕ່ງງານ 3 ປີ ຄົບກັນ 11 ປີ ສຸດາ ສາວລາວ ແລະ ພີ່ນັດ ບ່າວໄທ “ຊີວິດຄູ່ຈະຢູ່ກັນຍາວບໍ່ໄດ້ຢູ່ທີ່ຮູບຮ່າງພາຍນອກແຕ່ທີ່ຈິດໃຈ”
November 5, 2022ລີວິວຄົບຮອບແຕ່ງງານມາ 3 ປີ ຄົບກັນ 11 ປີ ຫວັງວ່າທຸກຄົນຈະອ່ານຈົບ
.
ສະໄໝເປັນແຟນກັນທ້ອນເງິນມາຫາກັນໄທ-ລາວ ເຮົາຮຽນໄອທີຄືກັນ ຕອນຢູ່ປີ1ພີ່ນັດກຳລັງຈະຈົບປະລິນຍາໂທ ເປັນແຟນສາຍສັບພອດຕັ້ງແຕ່ຕົ້ນ
.
.
ຈົນອອກມາເຮັດຫຍັງຂອງຕົນເອງ ທຸລະກິດແລກຂອງເຮົາຄືຂາຍປາມຶກ
ແມ່ນແລ້ວເຮົາເຈັ້ງ ແຕ່ປະສົບການທີ່ໄດ້ມາຄຸ້ມຄ່າແລ້ວ
.
ສຸດາເລີ່ມໄດ້ເຮັດວຽກເລີ່ມມີຄົນຮູ້ຈັກ ເວລາຄົນຂໍຖ່າຍຮູບຢູ່ໃສພີ່ນັດຈະໄປລີ້ຕະຫຼອດບໍ່ເຄີຍຫຶງຫຼືອອກໜ້າອອກຕາເພາະຢາກໃຫ້ເຮົາເຮັດວຽກເຕັມທີ ບາງຄົນຫາກະຮູ້ວ່າມີແຟນມື້ແຕ່ງດອງດ້ວຍຊ້ຳ
.
ມາກຸງເທບຄັ້ງແລກເຂົ້າຫ້ອງນໍ້າກະຢ້ານຫຼົງຂື້ນລິບກະຢ້ານພີ່ນັດພາເປີດໂລກກ້ວາງທ້ອນເງິນໄດ້ກະໄປທ່ຽວນຳກັນແບບປະຍັດໆໄປກັນເອງພີ່ນັດລາວເອົາຕົວລອດເກັ່ງສຶກສາກ່ອນໄປເປັນຢ່າງດີ
.
ບໍ່ຄິດວ່າໂຕເອງຈະໄດ້ໄປຖ່າຍພີເວດດີ້ງ ຮອດ 6 ປະເທດ ຄຳຖາມທີ່ໄດ້ຍິນຕະຫຼອດ ຢາກໄປທ່ຽວໃສ ຢາກກິນຫຍັງ ມື້ແລກເປັນແບບໃດມື້ນີ້ກະຍັງເປັນຢູ່ ຫຼັງແຕ່ງງານບໍ່ມີຫຍັງປ່ຽນພຽງເພີ່ມການວາງແຜນເລື່ອງລູກ ແລະໂຕເອງຕອນເຖົ້າ ຢາກຈະບອກວ່າຊີວິດຄູ່ຈະຢູ່ກັນຍາວບໍ່ໄດ້ຢູ່ທີ່ຮູບຮ່າງພາຍນອກແຕ່ທີ່ຈິດໃຈພາຍໃນຕ່າງຫາກ ຮັບຂໍ້ເສຍຊົມເຊີຍຂໍ້ດີ ໃຫ້ກຽດກັນແລະກັນ
.
ອານາຄົດແນມບໍ່ເຫັນມື້ນີ້ມີກັນກໍ່ເຮັດໜ້າທີ່ໃຫ້ດີທີ່ສຸດ ການມີໃຜຈັກຄົນໃຫ້ຮັກມັນດີທີ່ສຸດແລ້ວ ເປັນເມຍທີ່ດີໃຫ້ໄດ້ຈັກຄັ້ງໃນຊີວິດ ຄຳຄົມເຂົ້າແລ້ວ1 ຮັກເດີ້ພໍ່ຟ້າໃສ