
ງານແລ่ນເພື່ອການກຸສົນ ແລະ ຄອນເສີດ Bodyslam ໂຮງຫມໍກະເສມລາດປະກອບສ່ວນ 1.000.000.000 ລ້ານກີບ
November 5, 2022ຈາກໂພສ Valy Vsp ໂພສ ກິດຈະກຳແລ່ນ+ຄອນເສີດ ການກຸສົນ 05/11/2022 Start-Finish ບຶງທາດຫລວງ ລາຍຮັບທັງຫມົດຈະໄດ້ນຳໄປມອບໃຫ້ຄົນເຈັບທຸກຍາກ ໂດຍຜ່ານ ກຊ ສາທາ.
ເຮັດບຸນນຳກັນເດີ້ ພີ່ນ້ອງ FC ທຸກທ່ານ
ກິດຈະກຳນີ້ນອກຈາກການກຸສົນແລ້ວ ຜົນໄດ້ດ້ານເສດຖະກິດແມ່ນດຶງນັກທ່ອງທ່ຽວເຂົ້າມາໄດ້ຕື່ມກັນ ເຊີນ ນັກທຸລະກິດ ນັກລົງທຶນ ມາຊ່ວງບຸນທາດຫລວງນີ້ແມ່ນໄດ້ກຳໄລຫລາຍດ້ານ ໃຫ້ພວກເພິ່ນມາເຫັນບຸນປະເພນີ ວັດທະນະທຳ ຫລາຍຮູບຫລາຍສີ ແລະເພື່ອນບ້ານ ອາຊຽນກໍເຂົ້າຮ່ວມສະຫນັບສະຫນູນກິດຈະກຳຄັ້ງນີ້ນຳ.
ກິດຈະກຳ ບຸນປະເພນີກິດຈະກຳບັນເທິງ ກໍແມ່ນນຶ່ງໃນອົງປະກອບທີ່ປິ່ນອ້ອມ ອຸດສະຫະກຳການທ່ອງທ່ຽວ.
ດ້ານການທ່ອງທ່ຽວ ໃຫ້ມາເຫັນວ່າ ເສດຖະກິດເຮົາບໍ່ໄດ້ງຽບເຫງົາ ໃຫ້ມາເຫັນສັນຍານການຟື້ນໂຕ ດ້ວຍໂຕພວກເພິ່ນເອງ ບໍ່ຟັງແຕ່ຂ່າວຊ່າລື ພວກເຮົາຄົນລາວທຸກຄົນ ຂໍໃຫ້ເປັນເຈົ້າພາບທີ່ດີຮ່ວມກັນເດີ້ພີ່ນ້ອງ ຜິດຖືກປະການໃດໃຫ້ອະໄພເຊິ່ງກັນແລະກັນຖອດຖອນເປັນບົດຮຽນ.
ປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ປະເທດໃດໃນໂລກກໍມີຫມົດ ເຖິງຈະຈະເລີນຊໍ່າໃດກໍປັດສະຈາກບໍ່ໄດ້ ສຳຄັນແມ່ນ ເກີດແລ້ວເຮົາຄຸມສະຖານະການໄດ້ ແລ້ວງານສາມາດດຳເນີນປົກກະຕິ ນັ້ນແມ່ນເຮົາສຸດຍອດ ແລະສາມາດເອົາເປັນໂຕຊີ້ວັດຜົນງານ ຊ່ວງນີ້ມີຫລາຍກິດຈະກຳ ສູ້ໆເດີ້ ອ້າຍນ້ອງກຳລັງປ້ອງກັນເຮົາ ຍາມບຸນເຮົາເຮັດວຽກ ບໍລິການຮັກສາຄວາມສະງົບ ໃຫ້ ປຊ ໄດ້ທ່ຽວຢ່າງສະບາຍໃຈ ບໍ່ມີໂອກາດໄດ້ພາຄອບຄົວພາແຟນໄປທ່ຽວ.
ສູ້ໆເດີ້ ອ້າຍນ້ອງ ປກສ ປກຊ ເຮົາ ເປັນກຳລັງໃຈໃຫ້ທຸກກຳລັງ
.
.
ງານການກຸສົນຄັ້ງນີ້ ໂຮງຫມໍກະເສມລາດຂໍປະກອບສ່ວນເຮັດບຸນນຳ 1.000.000.000 ລ້ານກີບ. ຫວັງວ່າງານເລີ້ມເຮົາຈະລະດົມໄດ້ເພີ້ມ ເພື່ອຊ່ວຍສາທາ ນະຄອນຫລວງ ຕື່ມເນາະໃຜສົນໃຈບໍລິຈາກມອບໂດຍກົງແມ່ນສາມາດແຈ້ງເຈດຈຳນົງໄດ້ທີ່ ສະຖານທີ່ຈັດກິດຈະກຳທີ່ບຶ່ງທາດຫລວງໄດ້ເດີ້ ຕອນ 18:00 ຈະມີພິທີມອບຢູ່ເວທີຫລືຕິດຕໍ່ ແຈ້ງເຈດຈຳນົງ ບໍລິຈາກ ໄດ້ທີ່ເບີໂທ 02098765765
ຂໍຂອບໃຈທຸກພາກສ່ວນທີ່ໃຫ້ການສະຫນັບສະຫນູນໃຫ້ກິດຈະກຳການກຸສົນຄັ້ງນີ້ຈັດໄດ້ຕາມແຜນ.