
3 ສາເຫດທີ່ເຮັດໃຫ້ຮັກບໍ່ສົມຫວັງ ເຈົ້າເປັນແບບນີ້ຫຼືບໍ່ ?
February 21, 2023ໃຜແນ່ທີ່ມັກຜິດຫວັງ ອົກຫັກຊໍ້າໆ ຄົບກັບຄົນນີ້ ຄົນນັ້ນໄດ້ບໍ່ດົນ ກະເລີກ ກະຜິດຫວັງ ກະຖືກເທ ນັ້ນອາດບໍ່ແມ່ນເພາະກຸບເລືອດ ຫຼື ບຸບເພສັນນິວາດ ຫຼື ດວງ ແຕ່ອາດເກີດຈາກໂຕເຮົາເອງນິລະ ຄື
1 ເຮົາອາດຈະເປັນຄົນທີ່ເລືອກຮັກຄົນແບບເກົ່າຊໍ້າໆ ເວລາເລີກກັບຄົນເກົ່າໄປຄົບຄົນໃໝ່ ກໍຍັງເປັນສະຕາຍເກົ່າແບບເກົ່າ
2 ໃຊ້ຄວາມຄິດທີ່ຄິດວ່າ ເຮົາຫາໄດ້ດີຊໍ່ານີ້ ເຮົາຫາບໍ່ໄດ້ດີກວ່ານີ້ ທັງໆທີ່ເຮົາຕ້ອງຄິດວ່າ ເພາະເຮົາຕ້ອງໄດ້ດີກວ່ານີ້ກວ່າເກົ່າ
3 ອາດເປັນເພາະເຮົາເພິ່ງພາຄົນອື່ນຕະຫຼອດ ທັງໆທີ່ເຮົາເອງກໍມີຄວາມສາມາດທີ່ຈະເຮັດນັ້ນເຮັດນີ້ ຫຼື ໄປນັ້ນນີ້ເອງ ຈ່າຍເອງ ເພາະການທີ່ເຮົາຕ້ອງໃຫ້ອີກຄົນມາຄອຍຊັບພອດເກືອບທຸກເລື່ອງ ເຮົາຈະຮູ້ສຶກວ່າເຮົາຕໍ່າກວ່າ ຂາດເຂົາບໍ່ໄດ້ ຂາດເຂົາໄປແລ້ວບໍ່ຮູ້ຈະໄປຕໍ່
ຢາກບອກວ່າທຸກຄົນມີດີ ມີສິດ ມີໂອກາດ ໃຫ້ໝັ່ນພັດທະນາຕົນເອງ ບຸກຄະລິກກະພາບ ຮຽນຮູ້ກັບສິ່ງທີ່ເກີດຂຶ້ນ ແລະ ເສຍໄປໃຫ້ຫຼາຍໆ ຫາຄວາມສຸກດ້ວຍໂຕເອງ ເປັນຄົນທີ່ແຂງແກ່ງ ເຂັ້ມແຂງ ງາມ ແລະ ເກັ່ງດ້ວຍໂຕເອງ ເຮົາຈະມີຄຸນຄ່າ ແລະ ຄວາມຜິດຫວັງຈະບໍ່ແມ່ນເຮົາ ຈະບໍ່ເລືອກເຮົາອີກຕໍ່ໄປ
ຢາກໃຫ້ທຸກຄົນສົມຫວັງກັບຄວາມຮັກ ຂໍໃຫ້ເປັນຮັກທີ່ດີ ມີຄວາມສຸກ ເຕີມເຕັມ ແລະ ເຕີບໂຕໄປນໍາກັນເດີ້