
ນັບຖອຍຫລັງ ມື້ທີ່ລໍຄອຍ ເຈນນີ້ ເອກ Wedding ຮັກແພງກັນຕະຫຼອດໄປເດີ້
February 20, 2023ເຕີມຄວາມຫວານແຕ່ທ້າຍປີຫາຕົ້ນປີ ແລະ ຍັງເປັນສີບົວເດືອນແຫ່ງຄວາມຮັກ ທີ່ຟິນອິນກັນກັບຄູ່ນີ້ ເຈນນີ້ ຕົ້ນຄໍາ ທີ່ໃກ້ເຂົ້າມາແລ້ວ ກັບມື້ງາມຍາມດີ ທີ່ຫຼັງຈາກຈົດທະບຽນຮັບຮູ້ທັງ 2 ກໍ້າ 2 ຝ່າຍ ອີກບໍ່ດົນກໍຈະຮອດມື້ງານແຕ່ງດອງ ພິທີຢ່າງເປັນທາງການ
ໂດຍເຈົ້າໂຕໄດ້ໂພສເຊັດພາບ ພີເວດດິ້ງ ຊຸດລາວ ທີ່ຖ່າຍທໍາຢູ່ ສະຫາລັດອາເມລິກາແບບງາມສຸດໆວ່າ
ນັບຖອຍຫລັງເຫລືອພຽງອີກບໍ່ພໍເທົ່າໃດມື້
ໃນມື້ສຳຄັນທີ່ສຸດຂອງຊິວິດ ໃນພິທິແຫ່ເຂີຍ ມັດແຂນນ້ອຍໆ ເອົາມື້ດີ ທີ່ບ້ານເຈົ້າສາວ ວັນທີ່ 25/02/2023
ງານລ້ຽງທີ່ພັດຕະຄານ ເຊັນພິລາ Hall B ວັນທີ່ 03/03/2023
ທີ່ສຸດຄັ້ງນີ້ຂອບໃຈຊຸດຜ້າໄຫມລາວງາມໆຈາກຮ້ານ Ree Chansomphou Silk
ຖ້າຕິດຕາມໄດ້ວ່າມື້ງານຈະແສນອົບອຸ່ນດ້ວຍຄວາມຮັກແານຫວານແບບໃດ
ຍິນດີນໍາທັງຄູ່ເດີ້
ໂຕຈະຢູ່ໃສ ແຕ່ຈິດໃຈເຮົາເປັນຄົນລາວສະເຫມີ